ກອງປະຊຸມຄັ້ງທີ 17 ຂອງ ຄະນະກໍາມະການຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກ ອາຊຽນ

(VOVWORLD) -ທີ່ກອງປະຊຸມ, ຜູ້ຕາງໜ້າ ACWC ໄດ້ສໍາຫຼວດກວດຄືນການປະຕິບັດບັນດາໂຄງການໃນຂອບເຂດແຜນການປະຕິບັດງານໄລຍະ 2016 – 2020.

ກອງປະຊຸມຄັ້ງທີ 17 ຂອງ ຄະນະກໍາມະການຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກ ອາຊຽນ - ảnh 1

        ທ່ານນາງ  Sri Danty Anwar ປະທານ ACWC ກ່າວຄໍາເຫັນທີ່ ກອງປະຊຸມ (ພາບ: Anh Tuan /TTXVN)

ວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 17 ຂອງ ຄະນະກໍາມະການຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກ ອາຊຽນ (ACWC) ຖືກຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 20 ຄົນ ກ່ຽວກັບສິດອໍານາດຂອງແມ່ຍິງ ແລະ ເດັກນ້ອຍ ມາຈາກ 10 ປະເທດ ສະມາຊິກ ອາຊຽນ ແລະ ບັນດາຜູ້ຕາງໜ້າ ທີ່ມາຈາກຄະນະເລຂາ ອາຊຽນ. ທີ່ກອງປະຊຸມ, ຜູ້ຕາງໜ້າ ACWC ໄດ້ສໍາຫຼວດກວດຄືນການປະຕິບັດບັນດາໂຄງການໃນຂອບເຂດແຜນການປະຕິບັດງານໄລຍະ 2016 – 2020.

        ກອງປະຊຸມໄດ້ຮັບຮູ້ຫຼາຍໂຄງການສໍາຄັນ ທີ່ປະຕິບັດສໍາເລັດແລ້ວ ຄື: ເວທີປາໄສ ອາຊຽນ ກ່ຽວກັບການຊຸກຍູ້ການເພີ່ມທະວີອໍານາດ ແລະ ຄວາມສາມາດທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ສິງກະໂປ; ກອງປະຊຸມ ອາຽນ 2018 ກ່ຽວກັບການປະຕິຮູບຕຸລາການສໍາລັບເດັກບໍ່ເຖິງກະສຽນອາຍຸຢູ່ປະເທດໄທ.

        ທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບໂຄງການຊຸກຍູ້ການພັດທະນາແບບກວມລວມ ແລະ ຍືນຍົງ ໃນການກໍ່ສ້າງ ປະຊາຄົມອາຊຽນ, ຜ່ານນັ້ນ ຮັບປະກັນການຮັບຮອງຖານະທາງດ້ານນິຕິທໍາຂອງແມ່ຍິງ ແລະເດັກອາຊຽນ ທັງໝົດ ໂດຍ ACWC ຫວຽດນາມເປັນອົງການປະສານງານ.


ຕອບກັບ

ຂ່າວ/ບົດ​ອື່ນ