ກອງປະຊຸມຄັ້ງທີ 4 ສະພາທິດສະດີ, ຕຳໜິວິຈານວັນນະຄະດີ, ສິລະປະສູນກາງ

(VOVWORLD) -ຕອນບ່າຍວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາທິດສະດີ, ຕຳນິວິຈານວັນນະຄະດີ, ສິລະປະສູນກາງອາຍຸການ 2016-2021 ໄດ້ດຳເນີນກອງປະຊຸມຄັ້ງທີ 4 ຂຶ້ນ.

ກອງປະຊຸມຄັ້ງທີ 4 ສະພາທິດສະດີ, ຕຳໜິວິຈານວັນນະຄະດີ, ສິລະປະສູນກາງ - ảnh 1ກອງປະຊຸມຄັ້ງທີ 4 ສະພາທິດສະດີ, ຕຳໜິວິຈານວັນນະຄະດີ, ສິລະປະສູນກາງ

(ພາບ:Thanh Dat/TTXVN)

ກ່າວຄຳເຫັນໄຂກອງປະຊຸມ,  ທ່ານຮອງສາດສະດາຈານ, ປ.ອ ຫງວຽນເທ້ກີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານ ສະພາທິດສະດີ, ຕຳນິວິຈານວັນນະຄະດີ, ສິລະປະສູນກາງໃຫ້ຮູ້ວ່າ : ໄລຍະທີ່ຜ່ານມາ, ທາງສະພາໄດ້ເປັນເຈົ້າການຜັນຂະຫຍາຍບັນດາການເຄື່ອນໄຫວຄົ້ນຄ້ວາທິດສະດີ, ກຳແໜ້ນພຶດຕິກຳຕົວຈິງ, ໃຫ້ຄຳປຶກສາຢ່າງທັນການໃນການຊ່ວຍຜູ້ປະຈຳການຄະນະເລຂາສູນກາງພັກ, ຜູ້ປະຈຳການລັດຖະບານ ແລະ ການນຳຄະນະໂຄສະນາສຶກສາສູນກາງພັກກ່ຽວກັບບັນດາບັນຫາທີ່ຂຶ້ນກັບທິດສະດີ, ຕຳໜິວິຈານວັນນະຄະດີ, ສິລະປະ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາວຽກງານທີ່ໄດ້ຜັນຂະຫຍາຍໃນໄລຍະທີ່ຜ່ານມາ, ຕີລາຄາບັນດາວຽກງານທີ່ໄດ້ເຮັດ ແລະ ຍັງບໍ່ທັນເຮັດໄດ້, ຊີ້ແຈ້ງເຖິງສາຍເຫດ ແລະ ວິທີການແກ້ໄຂ. ພ້ອມທັງວາງອອກບັນດາມາດຕະການເພື່ອຜັນຂະຫຍາຍແຜນການປະຕິບັດງານໄລຍະ 6 ເດືອນທ້າຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ