ກອງປະຊຸມຄັ້ງທີ 9 ຄະນະກຳມະການຮ່ວມມືລວມ ອາຊຽນ - ອາເມລິກາ

(VOVWORLD) - ນີ້ແມ່ນກອງປະຊຸມປະຈຳປີ ເພື່ອແນໃສ່ຕີລາຄາການພົວພັນ ອາຊຽນ - ອາເມລິກາ ກໍ່ຄືກວດກາຄືນຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການລະຫວ່າງ 2 ຝ່າຍ
ກອງປະຊຸມຄັ້ງທີ 9 ຄະນະກຳມະການຮ່ວມມືລວມ ອາຊຽນ - ອາເມລິກາ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຄະນະປະຕິບັດງານຂອງ ອາຊຽນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງທີ 9 ຄະນະກຳມະການຮ່ວມມືລວມ (JCC) ອາຊຽນ - ອາເມລິກາ ຫາກໍ່ຈັດຕັ້ງຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ. ນີ້ແມ່ນກອງປະຊຸມປະຈຳປີ ເພື່ອແນໃສ່ຕີລາຄາການພົວພັນ ອາຊຽນ - ອາເມລິກາ ກໍ່ຄືກວດກາຄືນຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການລະຫວ່າງ 2 ຝ່າຍ.

        ນະທີ່ນີ້, ຝ່າຍ ວໍຊິງຕັນ ຖືວ່າ ບັນດາເຫດການການທູດໃນໄລຍະຜ່ານມາ ໄດ້ຢັ້ງຢືນຄືນໃໝ່ບັນດາຄຳໝັ້ນສັນຍາ ແລະ ນະໂຍບາຍຂອງ ອາເມລິກາ ສຳລັບພາກພື້ນ ແລະ ຫວັງວ່າ 2 ຝ່າຍຈະສືບຕໍ່ສົມທົບກັນແໜ້ນແຟ້ນເພື່ອຊຸກຍູ້ການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່. ອາຊຽນ ຮຽກຮ້ອງໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືເພື່ອເປົ້າໝາຍສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ, ໃນນັ້ນມີທະເລຕາເວັນອອກ; ສະເໜີໃຫ້ ອາເມລິກາ ສືບຕໍ່ໜູນຊ່ວຍ ອາຊຽນ ປະຕິບັດຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI) ແລະ ແຜນຮ່າງສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ (MPAC) 2025. ພ້ອມທັງ ອັບເດັດຂໍ້ມູນຂ່າວກ່ຽວກັບບັນດາບຸລິມະສິດໃນປີ 2018 ຄືຊຸກຍູ້ປະຊາຄົມ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ, ສ້າງເຄືອຂ່າຍບັນດານະຄອນສະຫຼາດ ອາຊຽນ ແລະ ຄວາມໝັ້ນຄົງທາງອິນເຕີເນັດ. ອາເມລິກາ ຢັ້ງຢືນຄືນໃໝ່ບັນດາຄຳໝັ້ນສັນຍາ ແລະ ແນະນຳກ່ຽວກັບຍຸດທະສາດສຳລັບ ພາກພື້ນ ອິນເດຍ - ປາຊີຟິກ; ຢັ້ງຢືນສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແລະ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍບັນດາໂຄງການ ແລະ ລາຍການພັດທະນາຂອງ ອາຊຽນໃນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ