ກອງປະຊຸມຄັ້ງທີ10ເວທີປາໄສຄົມມະນາຄົມແບບຍຶນຍົງເພື່ອສິ່ງແວດລ້ອມອາຊີ

ກອງປະຊຸມຄັ້ງທີ10ເວທີປາໄສຄົມມະນາຄົມແບບຍຶນຍົງເພື່ອສິ່ງແວດລ້ອມອາຊີ - ảnh 1
ບັນ​ດາ​ກອງ​ປະ​ຊຸມ​ເຂົ​າ​ຮ່ວມ​ເວ​ທີ​ປາ​ໄສ

(vovworld)-​ “ວິ​ວັດ​ການ​ປີ​ຮອດ​ປີ 2030ໃຫ້​ແກ່​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ຕິດ​ພັນ​ກັບ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 10 ເວ​ທີ​ປາ​ໄສ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ເພື່ອ​ສິ່ງ​ແວດ​ລ້ອມ ອາ​ຊີ ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/3 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ. ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື​ວິ​ທີ​ກາ​ນ​ຊື່ງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາດ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຜ​ັນ​ຂະ​ຫຍາຍ​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຜ່ານ​ບັນ​ດາ​ມາດ​ຕະ​ການ ແລະ ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ແບບ​ຍືນ​ຍົງ. ປຶກ​ສາ​ຫາ​ລື​ຫລາຍ​ນະ​ໂຍ​ບາຍ, ລະ​ບອບ​ລະ​ບຽບ​ການ, ມາດ​ຕະ​ການ​ເຕັກ​ໂນ​ໂລ​ຊີ​ໃຫມ່, ກົນ​ໄກ​ການ​ເງິນ ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົມ​ມະ​ນ​ຄົມ​ຂົນ​ສົ່ງ​ເພື່ອ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ເວ​ທີ​ປາ​ໄສ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ເພື່ອ​ສິ່ງ​ແວດ​ລ້ອມ​ອາ​ຊີ​ຄັ້ງ​ທີ 10 ດຳ​ເນີນ​ແຕ່​ວັນ​ທີ 14-16/3. ຢູ່ນອກ​ເວ​ທີ​ປາ​ໄສ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ພາກ​ພື້ນ ກ່ຽວ​ກັບ​ຄົມ​ມະ​ນ​ຄົມ​ຂົນ​ສົ່ງ​ແບບ​ຍືນ​ຍົງ ແລະ ກວມ​ລວມ ແລະ ເວ​ທີ​ປາ​ໄສ​ເຈົ້າ​ຄອງ​ສາ​ກົນ ວຽງ​ຈັນ.​ເວ​ທີ​ປາ​ໄສ​ຈະ​ອອກ​ຖະ​ແຫລງ​ການ​ຮ່ວມ ວຽງ​ຈັນ ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ​ແບບ​ຍືນ​ຍົງ​ເພື່ອ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຮອດ​ປີ 2030.

ໝີ​ບີງ, ນັກ​ຂ່າວ VOV ປະ​ຈຳ ສ​ປ​ປ​ລາວ


ຕອບກັບ

ຂ່າວ/ບົດ​ອື່ນ