ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich 2020: ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ສ​າ​ມັກ​ຄີກັນ

(VOVWORLD) - ວັນທີ 14 ກຸມພາ, ທ່ານ Frank – Walter Steinmeier ປະທານາທິບໍດີ ເຢຍລະມັນໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສາມັກຄີກັນໃນສະພາບການດ້ານການເມືອງທົ່ວໂລກພວມມີການຜັນແປທີ່ສັບສົນຄືໃນປັດຈຸບັນ. 

ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich 2020: ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ສ​າ​ມັກ​ຄີກັນ - ảnh 1ທ່ານ Frank – Walter Steinmeier ປະທານາທິບໍດີ ເຢຍລະມັນກ່າວຄຳເຫັນທີ່ ນະຄອນຫຼວງ Berlin

(ພາບ: TTXVN) 

ກ່າວຄຳເຫັນໄຂກອງປະຊຸມຄວາມໝັ້ນຄົງ Munich ຄັ້ງທີ 56 ຢູ່ນະຄອນ Munich, ທ່ານ Frank – Walter Steinmeier ຖືວ່າ ແຕ່ລະປີ, ໂລກນັບມື້ນັບຫ່າງໄກຈາກເປົ້າໝາຍສ້າງໂລກໃຫ້ມີສັນຕິພາບກ່ວາອີກຜ່ານການຮ່ວມມືສາກົນ. ທ່ານກໍ່ກ່າວເຕືອນວ່າ ຍຸດທະສາດ “ອາເມລິກາເໝືອກ່ວາສິ່ງໃດໝົດ” ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຮັດໃຫ້ໂລກຂາດຄວາມເປັນລະບຽບຮຽບຮ້ອຍແລະ ຂາດສະຖຽນລະພາບ. ການນຳເຢຍລະມັນກໍ່ເນັ້ນໜັກເຖິງ ຄວາມສຳຄັນຂອງການຮັກສາການພົວພັນຮ່ວມມືຂ້າມມະຫາສະມຸດອັດລັງຕິກ. ນອກຈາກນັ້ນ, ທ່ານກໍ່ຖືວ່າ ເອີລົບຄວນເພີ່ມທະວີການຄວບຄຸມຄວາມໝັ້ນຄົງຂອງຕົນເອງ ແລະ ໜຶ່ງໃນບັນດາມາດຕະການແມ່ນເພີ່ມງົບປະມານດ້ານປ້ອງກັນຊາດ.

        ກອງປະຊຸມຄວາມໝັ້ນຄົງ Munich ຄັ້ງທີ 56 ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງ ປະມຸກລັດ 40 ທ່ານ ແລະ ລັດຖະມົນຕີ, ຜູ້ຕາງໜ້າຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ສະມາຊິກຂອງຄະນະກຳມະການເອີລົບ, ຜູ້ຕາງໜ້າອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ອົງການສາກົນ ແລະ ວິສາຫະກິດ 100 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ