ກອງປະຊຸມຄວາມໝັ້ນຄົງ Munich ປຶກສາຫາລືເລື່ອງປະຕິຮູບຄວາມເປັນລະບຽບຮຽບຮ້ອຍຂອງໂລກ

(VOVWORLD) -ວັນທີ 15 ກຸມພາ, ກອງປະຊຸມຄວາມໝັ້ນຄົງ Munich (MSC) ຄັ້ງທີ 55 ໄດ້ໄຂຂຶ້ນຢູ່ ນະຄອນ Munich ຂອງເຢຍລະມັນ ດ້ວຍເນື້ອໃນຈຸດສຸມໃນໂຄງການດຳເນີນງານແມ່ນການປະຕິຮູບຄວາມເປັນລະບຽບຮຽບຮ້ອຍຂອງໂລກ. 

ກອງປະຊຸມຄວາມໝັ້ນຄົງ Munich ປຶກສາຫາລືເລື່ອງປະຕິຮູບຄວາມເປັນລະບຽບຮຽບຮ້ອຍຂອງໂລກ - ảnh 1 ທ່ານ Wolfgang Ischinger ປະທານ MSC 

ພາບ: Getty Images

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Wolfgang Ischinger ປະທານ MSC ໄດ້ເນັ້ນຫນັກວ່າ ປະຈຸບັນ ໂລກບໍ່ພຽງແຕ່ຜ່ານຜ່າບັນດາວິກິດການໃຫຍ່ກວ່າ ແລະ ນ້ອຍກວ່າ ເທົ່ານັ້ນ ຫາກຍັງປະເຊີນຫນ້າກັບການຫັນທິດຂອງປະຫວັດສາດ. ທ່ານ Wolfgang ຮຽກຮ້ອງບັນດາຜູ້ເຂົ້າຮ່ວມກອງປະຊຸມເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະກັນ.

ກອງປະຊຸມຄວາມໝັ້ນຄົງ Munich ຄັ້ງນີ້ ໄດ້ເຕົ້າໂຮມບັນດາການນຳລັດ ແລະ ລັດຖະບານ ພ້ອມກັບບັນດາເຈົ້າຫນ້າທີ່ມີອິດທິພົນຊື່ສຽງອື່ນໃນວົງການການເມືອງ ແລະ ຄວາມໝັ້ນຄົງຂອງໂລກ. ກອງປະຊຸມຈະປຶກສາຫາລືຫລາຍບັນຫາ ຈາກການແກ້ງແຍ້ງ ແລະ ການຮ່ວມມືລະຫວ່າງບັນດາປະເທດມະຫາອຳນາດ, ອະນາຄົດຂອງ ສະຫະພາບເອີລົບ ແລະ ບັນຫາອື່ນໆອີກ. ກອງປະຊຸມຈະອັດລົງໃນວັນທີ 19 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ