ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູຄັ້ງທີ 7 - ການຮ່ວມມືຕ້ານການກໍ່ການຮ້າຍສາກົນ

(VOVWORLD) - ໃນລະຫວ່າງວັນທີ 4 – 5 ເມສາ, ທີ່ນະຄອນຫລວງ ມົດສະກູ ປະເທດລັດເຊຍ, ໄດ້ດຳເນີນກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7 (MCIS 2018).
ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູຄັ້ງທີ 7 - ການຮ່ວມມືຕ້ານການກໍ່ການຮ້າຍສາກົນ - ảnh 1  ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູຄັ້ງທີ 7

ກອງປະຊຸມປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ, ນັກຊ່ຽວຊານຈາກບັນດາອົງການຈັດຕັ້ງສາກົນ 850 ທ່ານທີ່ມາຈາກ 95 ປະເທດ…ຄະນະຜູ້ແທນການທະຫານ ຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູຄັ້ງທີ 7 ມີຫົວຂໍ້ຕົ້ນຕໍແມ່ນ “ແງ່ຫວັງການພັດທະນາສະພາບການຢູ່ຕາເວັນອອກກາງ ພາຍຫລັງທີ່ອົງການລັດອິດສະລາມ (IS) ຖືກປະລາໄຊຢູ່ ຊີຣີ”, ລວມມີທັງບັນຫາຟື້ນຟູພາຍຫລັງການປະທະກັນ ແລະ ສ້າງຊີວິດການເປັນຢູ່ຢ່າງມີສັນຕິພາບຢູ່ປະເທດຕາເວັນອອກກາງນີ້. ພ້ອມກັນນັ້ນ, ບັນດາບັນຫາຄວາໝັ້ນຄົງເອີຣົບ, ອາຊີ, ອາຟຣີກາ, ອາເມລິກາລາຕິນ ແລະ ເຄື່ອງມືແກ້ໄຂບັນດາໜ້າທີ່ການທະຫານ - ການເມືອງ ກໍ່ໄດ້ນຳເຂົ້າໃນໂຄງການດຳເນີນງານ.

 

ຕອບກັບ

ຂ່າວ/ບົດ​ອື່ນ