ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູປະກອບສ່ວນຊຸກຍູ້ສັນຕິພາບຢູ່ພາກພື້ນອາຊີ-ປາຊີຟິກ ແລະ ໂລກ

(VOVWORLD) -ວັນທີ 05 ເມສາ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີບົດກ່າວປາໄສສຳຄັນທີ່ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ. ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ

ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູປະກອບສ່ວນຊຸກຍູ້ສັນຕິພາບຢູ່ພາກພື້ນອາຊີ-ປາຊີຟິກ ແລະ ໂລກ - ảnh 1 ທ່ານພົນເອກ ໂງຊວນລິກ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

“ຜ່ານການຈັດຕັ້ງເປັນ 7 ຄັ້ງ, ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ ໄດ້ຢັ້ງຢືນແມ່ນເວທີປາໄສສຳຄັນ, ປະກອບສ່ວນເຂົ້າໃນການຮັກສາ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນອາຊີ - ປາຊີຟິກ”.

        ພົນເອກ ໂງຊວນລິກ ຊີ້ແຈ້ງວ່າ: ພາກພື້ນອາຊີ - ປາຊີຟິກ ສືບຕໍ່ແມ່ນກຳລັງໜູນຂອງການເຕີບໂຕທົ່ວໂລກ ແລະ ນຳໜ້າໃນການຮ່ວມສຳພັນເສດຖະກິດ, ແມ່ນຈຸດສຸມຂອງຍຸດທະສາດທົ່ວໂລກ ມີການປະສົມກົມກຽວດ້ານຜົນປະໂຫຍດຂອງບັນດາປະເທດໃຫຍ່. ພົນເອກ ໂງຊວນລິກ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງລັດເຊຍ ສຳລັບສັນຕິພາບ, ສະຖຽນລະພາບໃນພາກພື້ນໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+). ທ່ານພົນເອກ ໂງຊວນລິກ ປາດຖະໜາວ່າ ລັດເຊຍ ຈະເສີມຂະຫຍາຍບົດບາດຢູ່ອາຊີ - ປາຊີຟິກ ກວ່າອີກ, ຍູ້ແຮງການຮ່ວມມື ແລະ ການພົວພັນກັບບັນດາປະເທດອາຊຽນ ກວ່າອີກ, ກາຍເປັນປັດໃຈຕັ້ງໜ້າເພື່ອພ້ອມກັບອາຊຽນຮັກສາຄວາມດຸ່ນດ່ຽງໃນພາກພື້ນ.

        ທ່ານພົນເອກ ໂງຊວນລິກ ຢືນຢັນວ່າ, ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຫວຽດນາມ ໄດ້ຢຶດໝັ້ນແນວທາງເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງທຸກໆປະເທດ ແລະ ເປັນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ