ກອງປະຊຸມຄະນະກຳມະການ ຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 12

ກອງປະຊຸມຄະນະກຳມະການ ຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 12 - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ​:KPL

(vovworld)- ກອງ​ປະຊຸມ​ ຄະນະ​ກຳມະການ ຜູ້ຕາງໜ້າຖາວອນ ປະຈຳ​ອາຊຽນ ຄັ້ງ​ທີ 12 (12/2016 CPR Meeting ) ​ໄດ້​ມີຂຶ້ນ​ໃນ​ວັນ​ທີ 10 ສິງຫາ ນີ້ ທີ່​ນະຄອນຫລວງ​ວຽງຈັນ, ​ໂດຍ​ການ​​ເປັນ​ປະທານ​ຂອງ​ທ່ານ ລັດສະໜີ ​ແກ້ວມະນີ, ​ເອກ​ອັກຄະ​ລັດຖະທູດ, ​ຜູ້ຕາງໜ້າຖາວອນ ​ແຫ່ງ ສປປ ລາວ ປະຈຳ​ອາຊຽນ ​ແລະ ​ເອກ​ອັກຄະ​ລັດຖະທູດ, ຜູ້​ຕາງໜ້າຖາວອນ​ 10 ປະ​ເທດ ສະມາຊິກ​ອາຊຽນ, ຮອງ​ເລຂາ ທິການ​ໃຫຍ່​ອາ​ຊຽນ ຝ່າຍ​ການ​ເມືອງ-ຄວາມ​ໝັ້ນຄົງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຈຸດປະ​ສົງ​ ຂອງ​ກອງ​ປະຊຸມຄັ້ງ​ນີ້, ​ແມ່ນ​ເລັ່ງ​​ໃສ່ກະກຽມດ້ານ​ເນື້ອ​ໃນ​ ໃຫ້​ແກ່ບັນດາ ກອງ​ປະຊຸມ​ ເຈົ້າໜ້າທີ່​ອາວຸ​ໂສ, ກອງ​ປະຊຸມ​ ສະພາ​ປະສານ​ງານ​ອາຊຽນ (ACC) ກອງ​ປະຊຸມ ​ສຸດ​ຍອດ​ອາຊຽນ ຄັ້ງ​ທີ 28-29 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ ກັບປະ​ເທດ​ຄູ່​ເຈລະຈາ, ​ເຊິ່ງຈະ​ຈັດ​ຂຶ້ນ ລະຫວ່າງ 6-8 ກັນຍາ 2016 ທີ່​ນະຄອນຫລວງ​ວຽງຈັນ.

ກອງ​ປະຊຸມ​ ຄະນະ​ກຳມະການ ຜູ້ຕາງໜ້າຖາວອນ ປະຈຳ​ອາຊຽນ ​ແມ່ນ​ກົນ​ໄກໜຶ່ງ ຂອງ​ອາຊຽນ ​ເຊິ່ງ ພາລະ​ບົດບາດຫລັກ​ ໃນ​ການ​ເປັນ​ເສນາ​ທິການ​ ໃຫ້​ແກ່​ກອງ​ປະຊຸມ ລະດັບ​ເຈົ້າໜ້າທີ່​ ອາວຸ​ໂສອາຊຽນ, ​ກອງ​ປະຊຸມ ​ລະດັບ​ລັດຖະມົນຕີ ​ແລະ ກອງ​ປະຊຸມ​ ລະດັບ​ສຸດ​ຍອດ./.

                                                                                                          (ຕາມ KPL)

ຕອບກັບ

ຂ່າວ/ບົດ​ອື່ນ