ກອງປະຊຸມຄະນະກຳມະການປະສົມກ່ຽວກັບການຈັດຕັ້ງປະຕິບັດສັນຍາການຄ້າຄັ້ງທີ 16 (CCA) ຢູ່ລາວ

ກອງປະຊຸມຄະນະກຳມະການປະສົມກ່ຽວກັບການຈັດຕັ້ງປະຕິບັດສັນຍາການຄ້າຄັ້ງທີ 16 (CCA) ຢູ່ລາວ - ảnh 1
ກອ​ງ​ປະ​ຊຸ​ມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​
ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າຄັ້ງ​ທີ 16 (CCA) ຢູ່​ລາວ

photo:nhanh.net.vn

(vovworld)-​​ ກອງ​ປະ​ຊຸມ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 22-24/10 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັດ​ນາ​ຄະ​ນະ​ຜູ້​ແທນ​ມາ​ຈາກ 10 ປະ​ເທດ ອາ​ຊຽນ ແລະ ຜູ້​ຕາງ​ຫນ້າ​ຄະ​ນະ​ເລ​ຂາ​ອາ​ຊຽນ. ກອງ​ປະ​ຊຸມ​ແນ​ໃສ່​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ປະ​ຕິ​ບັດ​ພັນ​ທະ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຕາມ​ສັນ​ຍາ​ການ​ຄ້າ​ເສ​ລີ ທີ່​ໄດ້​ປະ​ຕິ​ບັດ​ແຕ່​ປີ 2009 ມາ​ຮອດ​ປະ​ຈຸ​ບັນ. ເປັນ​ຫນ້າ​ສົນ​ໃຈ, ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຮັບ​ຮ​ອງ​ເອົາ​ເນື້ອ​ໃນ​ສຳ​ຄັນ​ຈຳ​ນວນ​ຫນຶ່ງ​ຄື: ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ແຜນ​ການ​ລົບ​ລ້າງ​ອັດ​ຕາ​ພາ​ສີ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຊື່ງ​ເລີ່ມ​ປະ​ຕິ​ບັດ​ແຕ່​ປີ 2015 ຮອດ​ປີ 2018, ປືກ​ສາ​ຫາ​ລື​ກ່ຽວ​ກັບ​ຫລັກ​ການ​ປອດ​ພາ​ສີ, ພິ​ເສດ​ແມ່ນ​ສ້າງ​ແວັບ​ໄຊ ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ດ້ານ​ການ​ຄ້າ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ 4 ປີ​ເທື່ອ​ຫນຶ່ງ ໂດຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຜັດ​ປ່ຽນ​ກັນເປັນ​ເຈົ້າ​ພາບ.

ນັກ​ຂ່າວ VOV ປະ​ຈຳ​ສ​ປ​ປ​ລາວ

ຂ່າວ/ບົດ​ອື່ນ