ກອງປະຊຸມຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 26

(VOVWORLD) -ຕອນເຊົ້າວັນທີ 15 ທັນວາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານ ນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ເປັນປະທານກອງປະຊຸມຂອງຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 26 (APPF-26) ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

ກອງປະຊຸມຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 26 - ảnh 1 ກອງປະຊຸມຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 26

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ  ຕ່ອງທິຟອງ, ຫົວໜ້າຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ (APPF-26), ຊີ້ແຈ້ງວ່າ APPF-26 ຈະດຳເນີນໃນທັນທີພາຍຫຼັງຜົນສຳເລັດຂອງກອງປະຊຸມສຸດຍອດ APEC. ສະນັ້ນ, ບັນດາອະນຸກຳມະການຄວນສຸມໃສ່ໃນລະດັບສູງສຸດໃຫ້ວຽກງານຈັດຕັ້ງກອງປະຊຸມ APPF-26, ເປັນຕົ້ນແມ່ນວຽກງານໂຄສະນາເຜີຍແຜ່, ວຽກງານຮັບປະກັນຄວາມສະຫງົບປອດໄພ, ປະກອບສ່ວນຍົກສູງຖານະບົດບາດ, ພາບພົດຂອງ ຫວຽດນາມ ເວົ້າລວມ, ສະພາແຫ່ງຊາດ ຫວຽດນາມ ເວົ້າສະເພາະ. APPF-26 ກໍ່ແມ່ນກາລະໂອກາດໂຄສະນາເຜີຍແຜ່ພາບພົດຂະຫຍັນຂັນເຄື່ອນ, ການປ່ຽນແປງໃໝ່, ທັນສະໄໝຂອງ ຫວຽດນາມ.

        ເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ (APPF) ແມ່ນເວທີປາໄສເປີດຂອງລັດຖະສະພາບັນດາປະເທດມີອະທິປະໄຕຂຶ້ນກັບພາກພື້ນ ອາຊີ-ປາຊີຟິກ, ໃນນັ້ນບັນດາສະມາຊິກສະພາແຫ່ງຊາດ ຈະເຂົ້າຮ່ວມດ້ວຍຖານະເປັນຜູ້ແທນ, ເປັນຕົວແທນໃຫ້ສະພາແຫ່ງຊາດຂອງຕົນ ຫຼື ດ້ວຍຖານະສ່ວນຕົວ.

        APPF-26 ຄາດຄະເນວ່າຈະດຳເນີນ ໃນລະຫວ່າງວັນທີ 18-20 ມັງກອນ 2018 ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ