ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ

ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ທີ່ກອງ​ປະ​ຊູມ

(vovworld) - ຕອນ​ບ່າຍ​ວັນ​ທີ 10/1, ທີ່​ຫ້ອ​ງວ່າ​ການ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ - ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ໄລ​ຍະ 2016 – 2020 ເປັນ​ປະ​ທານກອງ​ປະ​ຊຸມ ກ່ຽວ​ກັບ​ໝາກ​ຜົນ​​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທ່​ີ​ປີ 2017 ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ແບບ​ຍືນ​ຍົງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ພ້ອມ​ທັງ​ຊີ້​ແຈ້ງວ່າ, ກອບ​ກົດ​ໝາຍ​​ຈະໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມ​ບູນ​​ເທື່ອ​ລະ​ກ້າວ​ເພື່ອ​ປະ​ກອບ​ສ່ວນ​ແກ້​ໄຂ​ໃຫ້​ທ້ອງ​ຖິ່ນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ແບບ​ຍືນ​ຍົງ. ປີ 2016, ໄດ້​ຢຸດ​ຕິ​ສະ​ພາບ​​ເອ​ກະ​ສານ​ຖືກ​ຕິດ​ຄ້າງ. 100% ຈຳ​ນວນທ້ອງ​ຖິ່ນ​​ໄດ້ມີ​ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ນະ​ໂຍ​ບາຍ​​ຄົນ​ງານ, ວຽກ​ເຮັດ​ງານທຳ​ໄດ້​ເຮັດ​ໃຫ້​ຊີ​ວິ​ດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງເທື່ອ​ລະ​ກ້າວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ດ້ວຍ​ບັນ​ດາ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໄດ້​ຮັບ​ມອບ​ໝາຍນັ້ນ ຕ້ອງກວດ​ກາ​ຄືນ​ເອ​ກະ​​ສານ, ຈົດໝາຍ​ລັດ​ຖະ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ທຶນ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ຈັດ​ແບ່ງ​ແຫຼ່ງ​ກຳ​ລັງ, ຍ​ູ້​​ໄວ​ຄວາມ​ຄືບ​ໜ້າ​ຍື່ນ​ສະ​ເໜີ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຕາ​ແສງ​​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.


ຂ່າວ/ບົດ​ອື່ນ