ກອ​ງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ພາ​ສົນ​ທິ​ສັນ​ຍາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ

(VOVWORLD) -ບັນດາກອງປະຊຸມໂດຍ ປະເທດ ບຣູໄນ ປະທານອາຊຽນ 2021 ເປັນເຈົ້າພາບຈັດຂຶ້ນຕາມຮູບການທາງອອນລາຍ ດ້ວຍການເຂົ້າຮ່ວມຂອງ ເຈົ້າໜ້າທີ່ອາວຸໂສ 10 ປະເທດອາຊຽນ ແລະ ທ່ານຮອງເລຂາທິການ ອາຊຽນ.
ກອ​ງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ພາ​ສົນ​ທິ​ສັນ​ຍາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ - ảnh 1ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຫວຽດນາມ ປະຈຳ ອາຊຽນ (ພາບ: TTXVN)

ຕອນເຊົ້າວັນທີ 21 ມິຖຸນາ 2021, ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຫວຽດນາມ ປະຈຳ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM ອາຊຽນ) ແລະ ກອງປະຊຸມຄະນະບໍລິຫານງານຄະນະກຳມະການ ສົນທິສັນຍາ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍ່ມີອາວຸດນິວເຄຼຍ (SEANWFZ ExCom). ບັນດາກອງປະຊຸມໂດຍ ປະເທດ ບຣູໄນ ປະທານອາຊຽນ 2021 ເປັນເຈົ້າພາບຈັດຂຶ້ນຕາມຮູບການທາງອອນລາຍ ດ້ວຍການເຂົ້າຮ່ວມຂອງ ເຈົ້າໜ້າທີ່ອາວຸໂສ 10 ປະເທດອາຊຽນ ແລະ ທ່ານຮອງເລຂາທິການ ອາຊຽນ.

ທີ່ບັນດາກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ໄດ້ກ່າວຄຳເຫັນສະເໜີທິດທາງຊຸກຍູ້ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໃນປີເປັນປະທານ ອາຊຽນ 2020, ລວມມີການກວດກາການປະຕິບັດກົດບັດ ອາຊຽນ, ເພີ່ມທະວີການຮ່ວມມືເຂດອະນຸພາກພື້ນ…ພ້ອມທັງ ປະກອບບັນດາຄຳເຫັນສຳຄັນ ເພື່ອກຳນົດທິດການແກ້ໄຂບັນດາບັນຫາໃນການພົວພັນຂອງ ອາຊຽນກັບບັນດາຄູ່ຮ່ວມມືບົນພື້ນຖານຮັບປະກັນບົດບາດເປັນໃຈກາງຂອງ ອາຊຽນ. ກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໄດ້ສະເໜີໃຫ້ບັນດາປະເທດ ອາຊຽນ ສືບຕໍ່ຮັກສາບັນດາຫຼັກການ ແລະ ຫັນດີເປັນເອກະພາບບັນດາການສຳຜັດ ໃນບັນຫາ ທະເລຕາເວັນອອກ ໃນສະພາບການມີການຜັນແປຢ່າງສັບສົນບົນພຶດຕິກຳຕົວຈົງ, ພ້ອມກັນມານະພະຍາຍາມສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາ ເພື່ອແນໃສ່ບັນລຸໄດ້ກົດແຫ່ງການປະພຶດ ຢູ່ ທະເລຕາ ເວັນອອກ (COC) ທີ່ມີປະສິດທິຜົນ, ມີຜົນສັກສິດ, ສອດຄ່ອງກັບກົດໝາຍສາກົນ ແລະ  ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ