ກອງປະຊຸມຄະນະບໍລິຫານງານອົງຄະນະພັກກຸ່ມອົງການສູນກາງ

ກອງປະຊຸມຄະນະບໍລິຫານງານອົງຄະນະພັກກຸ່ມອົງການສູນກາງ - ảnh 1
ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຄັ້ງ​ທີ 13ອົງຄະ​ນະ​ພັກ​ກຸ່ມ​ອົງການ​ສູນ​ກາງ
ພາບ: internet

(vovworld)-  ຕອນ​ເຊົ້າ​ວັນ​ທີ 16/7, ຢູ່ ຮ່າ​ໂນ້ຍ, ຄະນະ​ບໍລິຫານ​ງານ​ອົງຄະ​ນະ​ພັກ​ກຸ່ມ​ອົງການ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຄັ້ງ​ທີ 13 ​ເພື່ອ​ຕີ​ລາຄາ​ວຽກ​ງານ​ກໍ່​ສ້າງ​ພັກ, ວຽກ​ງານ​ຕິດຕາມ​ກວດກາ ​ແລະ ປະຕິບັດ​ວິ​ໄນຂອງ​ອົງຄະ​ນະ​ພັກ​ໃນ 6 ​ເດືອນ​ຕົ້ນ​ປີ 2013. ​ຕາມ​ການ​ຕີ​ລາ​ຄາ, ​ໃນ 6 ​ເດືອນຕົ້ນ​ປີ ຄະນະ​ປະຈຳ​ອົງຄະ​ນະ​ພັກ​ກຸ່ມ​ອົງການ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ການ​ຝຶກ​ອົບຮົມກ່ຽວ​ກັບ​ທິດ​ສະ​ດີກາ​ນ​ເມືອງ, ວິຊາ​ສະ​ເພາະ​ວຽກ​ງານ​ພັກ​ໃຫ້​ແກ່​ເລ​ຂາ​ຫນ່ວຍ​ພັກ ​ແລະ ສະມາຊິກ​ພັກ​ໃຫມ່​ກວ່າ 1000 ຄົນ, ຮັບ​ມະຫາຊົນ​ຜູ້ດີ​ເດັ່ນ​ 900 ຄົນເຂົ້າ​ເປັນ​ສະມາຊິກພັກ​ໃຫມ່ . ກ່ຽວ​ກັບ​ທິດ​ທາງ​ເຄື່ອນ​ໄຫວ​ຂອງ​ອົງຄະ​ນະ​ພັກ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2013, ທ່ານ ດາວ​ງອກ​ຢູງ, ກຳມະການ​ສູ​ນກາງ​ພັກ​, ​ເລຂາ​ອົງຄະ​ນະ​ພັກ​ກຸ່ມ​ອົງການ​ສູນ​ກາງ​ຊີ້​ແຈງ​ວ່າ:

        “ຄະນະ​ບໍລິຫານ​ງານ​ອົງຄະ​ນະ​ພັກ​ກຸ່ມ​ອົງການ​ສູນ​ກາງ ສ​ຸມ​ໃສ່​ຜັນ​ຂະຫຍາຍ 3 ​ເນື້ອ​ໃນ​ນັ້ນ​ແມ່ນ: ຍົກ​ສູງ​ຄຸນ​ນະພາ​ບຫນ່ວຍ​ພັກ. ສືບ​ຕໍ່​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວກັບ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ. ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມກວດກາ, ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຂໍ້​ຈຳກັດ, ຂາດ​ຕົກ​ບົກ​ຜ່ອງ.”

 

ຂ່າວ/ບົດ​ອື່ນ