ກອງປະຊຸມຍ້ອງຍໍປະທານຄະນະກຳມະການແນວໂຮມປະເທດຊາດບ້ານ,ຕາແສງ,ເທດສະບານເມືອງດີເດັ່ນໃນທົ່ວປະເທດ

ກອງປະຊຸມຍ້ອງຍໍປະທານຄະນະກຳມະການແນວໂຮມປະເທດຊາດບ້ານ,ຕາແສງ,ເທດສະບານເມືອງດີເດັ່ນໃນທົ່ວປະເທດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ
(ພາບ: qdnd)


(vovworld) – ຕອນ​ເຊົ້າ​ວັນ​ທີ 17/10, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະກາ​ນ​ສູ​ນກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຍ້ອງຍໍປະທານ​ຄະນະ​ກຳມະການ​ແນ​ວ​ໂຮມປະ​ເທດ​ຊາດ​ບ້ານ, ຕາ​ແສງ,​ ເທດສະບານ​ເມືອງ ທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ ​​ໄລຍະ 2010 – 2015.

      ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ອົງ​ຄະນະພັກ, ຕ້ອງ​ປະຕິບັດ​ບົດບາດ​ຊີ້​ນຳ​, ພ້ອມ​ທັງ​ປະຕິບັດ​ບົດບາດ​ເປັນ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ໃຫ້​ເປັນ​ຢ່າງ​ດີ. ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ, ຈາກ​ກອງ​ປະຊຸມ​ຍ້ອງ​ຍໍ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ໃນ​ຄັ້ງ​ນີ້, ບັນດາ​​ແບບຢ່າງ​ດີ​ເດັ່ນ​ຈະ​ໄດ້​ຮັບ​ການ​ທະວີ​ຄູນ​ໃນ​ທົ່ວ​ປະ​ເທດ​; ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ສືບ​ຕໍ່​ໄດ້​ແຜ່​ລາມ​ໃນ​ສັງຄົມ ​ແລະ ກາຍ​ເປັນ​ກຳລັງ​ໜູນ​ສຳ​ຄັນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ປະຕິບັດ​ສຳ​ເລັດບັນດາ​ໜ້າ​ທີ່​​ເສດຖະກິ​ດສັງຄົມ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈື​ອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ.

      “​ໃນ​ໄລຍະ​ຈະ​ມາ​​ເຖິງ, ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕ້ອງ​ສືບ​ຕໍ່​ປັບປຸງ, ສ້າງ​ລະບົບ​ອົງການ​ຈັດ​ຕັ້ງ ​ແລະ​ ຖັນ​ແຖວ​ພະນັກງານ​ປະຕິບັດ​ວຽກ​ງານ​ແນວ​ໂຮມປະ​ເທດ​ຊາດ ຈາກ​ສູນ​ກາງ ລົງ​ຮອ​​ດຂັ້ນຮາກ​ຖານ​ໃຫ້​ເປັນ​ຢ່າງ​ດີ; ຍູ້​ແຮງ​ບັນດາ​ຂະ​ບວນການ, ບັ້ນ​ຂົນຂວາຍ​ໃຫ​ຍ່​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ກວ່າ​ອີກ; ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ ​ແລະ ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ຂອງ​ປະຊາຊົນ, ສືບ​ຕໍ່​ປ່ຽນ​ໃໝ່​ວຽກ​ງານ​ຂົນຂວາຍ… ​​ເພ່ືອສ້າງ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະຕິ​ບັດ​ພາລະກິດ​ສ້າງສາ ​ແລະ ​ປົກປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່ ຢ່າງ​ມີ​ໄຊ”.

      ກໍ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ສ່ວນ​ບຸກຄົນ​ທີ່​ດີ​ເດັນ ​ແລະ ປຸກລະດົມ​ຂະ​ບວນການ​ແຂ່ງ​ຂັນ​ໄລ​ຍະ 2015 – 2020.

ຂ່າວ/ບົດ​ອື່ນ