ກອງປະຊຸມຕີລາຄາ ສິ້ນສຸດໂຄງການການ ເງິນຊົນນະບົດ 3


ກອງປະຊຸມຕີລາຄາ ສິ້ນສຸດໂຄງການການ ເງິນຊົນນະບົດ 3 - ảnh 1
(ພາບປະກອບ)

(vovworld)- ຕອນ​ບ່າຍວັນ​ທີ 21/7, ຢູ່​ຮ່າ​ໂນ້ຍ, ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແລະ ທະນາຄານ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ ສົມທົບ​ກັນ​ຈັດກອງ​ປະຊຸມ​ຕີ​ລາຄາ​ສິ້ນ​ສຸດ​ໂຄງການ​ການ​ເງິນ​ຊົນນະບົດ 3.

  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸງ​ຫາຍ ຢືນຢັນ​ວ່າ, ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່ໄດ້​ຮັບບັນດາ​ໂຄງການ​ການ​ເງິນ​ຂອງ​ບັນດາ​ອົງການ​ສາກົນ ​ແລະ ​ໃຫ້​ຄຳໝັ້ນສັນຍາ​ນຳ​ໃຊ້​ບັນດາ​ແຫຼ່ງທຶນ​ກູ້​ຢືມ​ຢ່າງ​ຈະ​ແຈ້ງ, ມີ​ປະສິດທິ​ຜົນ:

  “ຈາກ​ຜົນສຳ​ເລັດ​ຂອງ​ໂຄງການ​ນີ້, ຂ້າພະ​ເຈົ້າສະ​ເໜີ​ໃຫ້​ທະນາຄານ​ແຫ່ງ​ລັດ ກໍ່​ຄື​ບັນດາ​ຫົວໜ່ວຍ​ເຂົ້າຮ່ວມ​ຕ້ອງ​ຕີ​ລາຄາ, ຖອດ​ຖອນ​ບົດຮຽນ​ເພື່ອ​ເປີດ​ກ້ວາງ​ໂຄງການ​ໃນ​ໄລຍະ​ຈະ​ມາ​ເຖິງ. ນີ້​ແມ່ນ​ໂຄງການ ODA ທີ່​ມີ​ໝາກຜົນ​ດີ​ທີ່​ສຸດ. ລັດຖະບານ​ພວມ​ຊຸກຍູ້​ການ​ປ່ອຍ​ເງິນບັນດາ​ໂຄງການ ODA. ພວກ​ເຮົາ​ຕ້ອງ​ຕີ​ລາຄາ​ວ່າ​ເປັນ​ຫຍັງ​ບັນດາ​ໂຄງການ ODA ອື່ນບໍ່​ປະຕິບັດ​ໄດ້​ດີ, ​ໂຄງການ​ນີ້​ພັດ​ປະຕິບັດ​ໄດ້​ດີ“.

ຂ່າວ/ບົດ​ອື່ນ