ກອງປະຊຸມທົ່ວປະເທດກ່ຽວກັບການສືບຕໍ່ຍູ້ແຮງການສ້າງ ແລະ ປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານ

(VOVWORLD) -ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ,  ຄະນະຊີ້ນຳສູນກາງກ່ຽວກັບການປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດກ່ຽວກັບການສືບຕໍ່ຍູ້ແຮງການສ້າງ ແລະ ປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານ
ກອງປະຊຸມທົ່ວປະເທດກ່ຽວກັບການສືບຕໍ່ຍູ້ແຮງການສ້າງ ແລະ ປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານ  - ảnh 1 ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງກ່າວຄຳເຫັນຊີ້ນຳກອງປະຊຸມ

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຢືນຢັນວ່າ ໃນຊຸມປີມໍ່ໆມານີ້, ການ ປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານໄດ້ມີການຫັນປ່ຽນຢ່າງຈະແຈ້ງ, ການ ປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານໄດ້ປະກອບສ່ວນເສີມຂະຫຍາຍຄວາມສາມາດຊົ່ມຊ້ອນ, ກຳລັງປະດິດຄິດສ້າງຂອງປະຊາຊົນທີ່ເຂົຮ່ວມການປຶກສາສາຫາລືບັນດາວຽກງານຂອງທ້ອງຖິ່ນ ແລະ ປະເທດຊາດ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວວ່າ:

    “ ຕ້ອງເຮັດແນວໃດເພື່ອໃຫ້ການ ປະຕິບັດລະບຽບການປະຊາທິປະໄຕ ແລະ ເສີມຂະຫຍາຍປະຊາທິປະໄຕ ກາຍເປັນວຽກງານຕ້ອງປະຕິບັດຢ່າງເປັນປະຈຳ  ແລະ ຕໍ່ເນື່ອງ, ແມ່ນກຳລັງຫນູນເພື່ອພັດທະນາເສດຖະກິດ-ສັງຄົມ, ແມ່ນເງື່ອນໄຂເພື່ອເບິ່ງແຍງຊີວິດການເປັນຢູ່, ຜົນປະໂຫຍດ, ຄວາມຜາສຸກຂອງປະຊາຊົນໃຫ້ເປັນຢ່າງດີ, ປະຕິບັດຄວາມຍຸຕິທຳສັງຄົມ, ຮັບປະກັນຄວາມສະຫງົບ, ການຫນູຊ່ວຍສັງຄົມ, ສ້າງກຳລັງໜູນໃຫ້ແກ່ບັນດາຂະບວນການເຄື່ອນໄຫວປະຕິວັດຂອງມະຫາຊົນ, ເດັດດ່ຽວຕຳໜິວິຈານ, ກ່າວປະນາມ, ປັບໄໝລົງໂທດຕໍ່ການກະທຳລະເມີດກົດໝາຍ, ສວຍໃຊ້ປະຊາທິປະໄຕ, ປຸກປັນຍຸຍົງສົ່ງເສີມກໍ່ຄວາມວຸ່ນວາຍ, ກໍ່ຜົນເສຍຫາຍຕໍ່ຜົນປະໂຫຍດຂອງປະຊາຊົນ   ”

ຕອບກັບ

ຂ່າວ/ບົດ​ອື່ນ