ກອງປະຊຸມທົ່ວປະເທດສະຫຼຸບວຽກງານກວດກາ,ຕິດຕາມກວດກາຂອງພັກປີ2016,ຜັນຂະຫຍາຍໜ້າທີ່ປີ2017

ກອງປະຊຸມທົ່ວປະເທດສະຫຼຸບວຽກງານກວດກາ,ຕິດຕາມກວດກາຂອງພັກປີ2016,ຜັນຂະຫຍາຍໜ້າທີ່ປີ2017 - ảnh 1
(ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)

(vovword)- ​​​​ວັນ​ທີ 24/2 ເມື່ອ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​​ທົ່ວ​ປະ​ເທດສະຫຼຸບ​ວຽກ​ງ​ານກວດ​ກາ, ຕິດ​ຕາມກວດ​ກາ​ຂອງ​ພັກ ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ2017, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ຊີ້​ແຈ້ງວ່າ ປີ 2017 ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ສະ​ແດງ​ໃຫ້​ເຫັນສິ່ງ​ທ້າ​ທາຍ​ໃໝ່ຫຼາຍ​ຢ່າງ, ສົ່ງ​ຜົນ​ສ​ະ​ທ້ອນ​ໂດຍ​ກົງ​ເຖິງ​ການ​ນຳ​ພາ​ຂອງ​ພັກ, ການ​ຄຸ້ມ​ຄອງ, ບໍ​ລິ​ຫານ​ຂອງ​ລັດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເນັ້ນ​ໜັກ​ເຖິງ​​ບາງເນື້ອ​ໃນຄວນ​ປະ​ຕິ​ບັດ​ ໃນ​ປີ 2017 ເປັນ​ຢ່າງ​ດີ ໃນ​ນັ້ນ​ລວມ​ມີ ​ການສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ່ 12 ຂອງ​ພັກ ແລະ ມະ​ຕິ​ສູນ​ກາງພັກ​ຄັ້ງ​ທີ 4 ຊຸດ​ທີ 12 ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຄະ​ນະ​ກຳ​ມະ​ການກວດ​ສູນ​ກາງ​ພັກ ແລະ ຄະ​ນະ​ກຳ​ມະ​ການກວດ​ກາ​ທຸກ​ຂັ້ນ ຈະ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມປອດ​ໃສ​ຂອງ​ພັກ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ