ກອງປະຊຸມທົ່ວປະເທດສະຫລຸບວຽກງານກໍ່ສ້າງພັກປີ 2018, ຜັນຂະຫຍາຍໜ້າທີ່ປີ 2019

(VOVWORLD) - ຕອນເຊົ້າວັນທີ 18 ມັງກອນ ຢູ່ ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມທົ່ວປະເທດສະຫລຸບວຽກງານຈັດຕັ້ງການກໍ່ສ້າງພັກປີ 2018, ຜັນຂະຫຍາຍໜ້າທີ່ປີ 2019.  
ກອງປະຊຸມທົ່ວປະເທດສະຫລຸບວຽກງານກໍ່ສ້າງພັກປີ 2018, ຜັນຂະຫຍາຍໜ້າທີ່ປີ 2019 - ảnh 1 ກອງປະຊຸມທົ່ວປະເທດສະຫລຸບວຽກງານກໍ່ສ້າງພັກປີ 2018, ຜັນຂະຫຍາຍໜ້າທີ່ປີ 2019

ກອງປະຊຸມໄດ້ຈັດຕັ້ງຜ່ານທາງເຄືອຂ່າຍອິນເຕີແນັດໂດຍກົງຢູ່ 64 ຈຸດໃນທົ່ວປະເທດ. ກ່າວຄຳເຫັນພິທີໄຂກອງປະຊຸມ, ທ່ານ ຟ້າມມິງຈີ໊ງ ຫົວໜ້າຄະນະຈັດຕັ້ງສູນກາງພັກຊີ້ແຈ້ງວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນເພື່ອແນໃສ່ຕີລາຄາໝາກຜົນວຽກງານຈັດຕັ້ງການກໍ່ສ້າງພັກໃນ 3 ປີຜ່ານມາ ແລະ ປີ 2018, ຜັນຂະຫຍາຍໜ້າທີ່ຈຸດສຸມປີ 2019 ແລະ ຊຸມປີຕໍ່ໄປຂອງທົ່ວຂະແໜງ, ສ້າງປະຖົມປັດໃຈເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກເປັນຢ່າງດີ. ແລະກໍ່ທີ່ກອງປະຊຸມ, ທ່ານ ເຈິ່ນກວກເວື້ອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ສະເໜີວ່າ:

        “ສືບຕໍ່ປັບປຸງລະບອບລະບຽບການ, ຂໍ້ກຳນົດ, ກົດລະບຽບກ່ຽວກັບວຽກງານຈັດຕັ້ງການກໍ່ສ້າງພັກ, ຮັບປະກັນຄວາມຄົບຊຸດ, ລຸລ່ວງ, ເປັນເອກະພາບລະຫວ່າງບັນດາຂໍ້ກຳນົດຂອງພັກ ແລະ ລັດ ເພື່ອປະຕິບັດວຽກງານຈັດຕັ້ງກໍ່ສ້າງພັກຢ່າງເຂັ້ມງວດ. ໃນສະເພາະໜ້າ, ສຸມໃສ່ເປັນເສນາທິການປະກາດໃຊ້ຄຳສັ່ງ ແລະ ຄຳແນະນຳວຽກງານບຸກຄະລາກອນຂອງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ ”

ຕອບກັບ

ຂ່າວ/ບົດ​ອື່ນ