ກອງປະຊຸມທາບທາມດ້ານການເມືອງຫວຽດນາມ-ໄທຄັ້ງທີ 5

ກອງປະຊຸມທາບທາມດ້ານການເມືອງຫວຽດນາມ-ໄທຄັ້ງທີ 5 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 29/6, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຮ່ວາຍ​ຈູງ ​ແລະ ທ່ານ​ເລຂາ​ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ນໍຣະຈິດ ສິງຫາ​ເສນີ ​ໄດ້​ເປັນ​ປະທານ​ຮ່ວມ ກອງ​ປະຊຸ​ມທາ​ບທາມ​ດ້ານ​ການ​ເມືອງ​ຫວຽດນາມ - ​ໄທ​ ຄັ້ງ​ທີ 5 ລະຫວ່າງກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​​ໄທ. ທີ່​ການ​ປະຊຸມສອງ​ຝ່າຍ​ເຫັນ​ດີ​ຕີ​ລາຄາ​ການ​ພົວພັນ​ມິດຕະພາບ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ພວມ​ພັດທະນາ​ຢ່າງ​ຈົບງາມ​ໃນ​ທຸກ​ຂົງ​ເຂດ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ; ສົມທົບ​ກັນ​ກະກຽມ​ກອງ​ປະຊຸມ​ຄະນະ​ລັດຖະບານ​ລວມຄັ້ງ​ທີ 3 ​ໂດຍ​ນາຍົກລັດຖະມົນຕີສອງປະ​ເທດ​ເປັນ​ປະທານ​ຮ່ວມ​​ໃຫ້​​ດີ; ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ​ຄົມມະນາຄົມ, ການທ່ອງທ່ຽວ, ການ​ອອກ​ແຮງ​ງານ… ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ການ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ແຮງ​ງານ ​ແລະ ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮັບ​ສະໝັກ​ແຮງ​ງານ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ - ​ໄທ. ສົມທົບ​ກັນ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ - ​ໄທ. ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດ​ຕັ້ງ ກອງ​ປະຊຸ​ມທາ​ບທາມ​ດ້ານ​ການ​ເມືອງ​ຫວຽດນາມ - ​ໄທ​ ຄັ້ງ​ທີ 6 ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດຫວຽດນາມ - ​ໄທ ຢູ່​ໄທ ​ໃນ​ປີ 2016.

 

ຂ່າວ/ບົດ​ອື່ນ