ກອງປະຊຸມນັດສາມັນຂອງກະຊວງການຕ່າງປະເທດ

ກອງປະຊຸມນັດສາມັນຂອງກະຊວງການຕ່າງປະເທດ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi

( vovworld ) –   ວັນ​ທີ 12/4, ທີ່​ການ​ປະຊຸມ​ຂ່າວ​​ຂອງ​​ຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ຕອບ​ສຳພາດ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽ​ດນາມ ພາຍຫຼັງ​ຄຳ​ຖະ​ແຫຼ​ງຂອງ​ຈີນ ​ໃນ​ມໍ່​ມາ​ນີ້​ໄດ້ທີ່​ຮຽກຮ້ອງ​ລັດ​ເຊຍ ຢຸດ​ການ​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi ຊີ້​ແຈ​ງວ່າ.

“ ບັນດາ​ໂຄງການ​ຮ່ວມ​ມື​ຂອງ​ຫວຽດນາມ ສຳລັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັດປະຈຸ​ບັນ ລວມ​ທັງ​ບັນດາ​ໂຄງການ​ຮ່ວມ​ມື​ກັບ Gazprom ລ້ວນ​ແຕ່​ນອນ​ໃນ​​ເຂດເສດຖະກິດພິ​ເສດ ​ແລະ ໄຫຼ່ທະວີບ​ຂອງ​ຫວຽດນາມ, ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ແລະ ສິດ​ສະ​ເໜີ​ພິຈາລະນາ​ຕັດສິນ​ຄວາມ​ຖືກຕ້ອງຂອງ​ຫວຽດນາມ, ​ສອດ​ຄອງ​ກັບ​ກົດໝາຍ​ສາກົນ​ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຫວຽ​ດນາມ ຊົມ​ເຊີຍ​ບັນດາ​ຄູ່​ຮ່ວມມື​ຕ່າງປະ​ເທດ​ທີ່ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັດ​ໃນ​ເຂດເສດຖະກິດພິ​ເສດ, ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຫວຽດນາມ ​ໃຫ້​ຄຳ​ໝັ້ນສັນຍາ​ ​ແລະ ມີໜ້າ​ທີ​່ຮັບຜິດຊອບ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຖືກຕ້ອງ ​ແລະ ຊອບ​ທຳຂອງ​ບັນດາ​ຄູ່​ຮ່ວມມື​ຕ່າງປະ​ເທດທີ່ທຳ​ມາ​ຄ້າຂາຍຢູ່​ຫວຽດນາມ. ”

ກ່ຽວ​ກັບ​ຂໍ້​ມູນຂ່າວຊາວ​ປະມົງ 21 ຄົນ​ຖືກ​ຝ່າຍ​ຈີນ ຈັບ​ຕົວ, ທີ່​ການ​ປະຊຸມ​ຂ່າວ, ທ່ານ Luong Thanh Nghi ອີກ​ຄັ້ງ​ໜື່ງ​ໄດ້ຢືນຢັນ​ວ່າ ຈີ​ນ ຕ້ອງ​ເຄົາລົບ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ແລະ ຕອບ​ສະໜອງ​ການສະ​ເໜີຂອງ​ຫວຽດນາມ​ໂດຍ​ໄວ, ບໍ່​ປະ​ໃຫ້​​ເຫດກາ​ນ​ດັ່ງ​ກ່າວ​ສົ່ງຜົນ​ສະທ​້ອນ​ເຖິງ​ການ​ພົວພັນ​ຂອງ​ສອງ​ປະ​ເທດ.

ກ່ຽວຂ້ອງ​ເຖິງ​ບັນຫາ​ສປປ.​ເກົາຫຼີ ມີ​ແຜນການ​ຍິງ​ດາວ​ທຽມ, ທ່ານ Luong Thanh Nghi ​ໃຫ້​ຮູ້​ວ່າ ຫວຽດນາມ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນດາ​ຄວາມ​ເຄັ່ງ​ຕຶ່ງ​​ໃນ​ມໍ່ໆ​ມານີ້​ກ່ຽວ​ກັບ​ເລື່ອງສປປ.​ເກົາຫຼີ​ ຍິງ​ດາວ​ທຽມ, ພ້ອມ​ກັນ​ນັ້ນ​ກໍ​ຢືນຢັນ​ວ່າ ຢາມ​ໃດຫວຽດນາມ ກໍ​ປາດ​ຖະໜາ​ຢາກ​ໃຫ້​ແຫຼມ​ເກົາຫຼີ​ ມີສັນຕິພາບ, ສະຖຽນລະ​ພາບ ​ແລະ ວັດທະນາ​ຖາ​ວອນ. ຫວຽດນາມ ​​ເນັ້ນ​ໜັກຄວາມ​ຈຳ​ເປັນ​ຂອງ​ການ​ປະຕິບັດ​ກົດໝາຍ​ຂອງ​ສະພາ​ຄວາມ​ໝັ້ງຄົງສະຫະ​ປະຊາ​ຊາດຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ມະຕິ​ເລກທີ 1874 ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ