ກອງປະຊຸມນັດສາມັນປະຈຳໄຕມາດທີ 2 ປີ 2019

(VOVWORLD) -ຕາມບົດລາຍງານຂອງທະນາຄານແຫ່ງລັດ, ເສດຖະກິດຫຽດນາມ ໄດ້ເຕີບໂຕ 6,76%, ຕ່ຳກວ່າປີ 2018 ແຕ່ຍັງເໝາະສົມກັບເປົ້າໝາຍບໍລິຫານ.

ກອງປະຊຸມນັດສາມັນປະຈຳໄຕມາດທີ 2 ປີ 2019 - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ

(ພາບ: TTXVN)

ຕອນບ່າຍວັນທີ 02 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ປະທານສະພາໃຫ້ຄຳປຶກສານະໂຍບາຍດ້ານການເງິນ, ເງິນຕາແຫ່ງຊາດ, ໄດ້ເປັນປະທານກອງປະຊຸມນັດສາມັນໄຕມາດທີ 2 ປີ 2019 ຂອງສະພາດັ່ງກ່າວ, ເພື່ອແນໃສ່ທາບທາມຄຳເຫັນຂອງບັນດານັກຊ່ຽວຊານດ້ານເສດຖະກິດກ່ຽວກັບນະໂຍບາຍເສດຖະກິດມະຫາພາກ, ຮັບໃຊ້ໃຫ້ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ, ເຊິ່ງຈະດຳເນີນໃນວັນທີ 04 ກໍລະກົດ.

        ຕາມບົດລາຍງານຂອງທະນາຄານແຫ່ງລັດ, ເສດຖະກິດຫຽດນາມ ໄດ້ເຕີບໂຕ 6,76%, ຕ່ຳກວ່າປີ 2018 ແຕ່ຍັງເໝາະສົມກັບເປົ້າໝາຍບໍລິຫານ. ທົ່ວປະເທດໄດ້ສົ່ງອອກເກີນດຸນ 1,64 ຕື້ USD. ໄພເງິນເຟີ້ຍັງໄດ້ຮັບການຄວບຄຸມ, ຄິດສະເລ່ຍໃນໄລຍະ 6 ເດືອນ ແມ່ນເພີ່ມຂຶ້ນ 2,64%, ຕ່ຳກວ່າຫຼາຍເມື່ອທຽບໃສ່ລະດັບຕ່ຳກວ່າ 4% ຂອງລັດຖະບານ…

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາສະມາຊິກ ສຸມໃສ່ຕີລາຄາສະພາບການຢູ່ພາຍໃນປະເທດ ແລະ ໂລກ ໃນໄລຍະ 6 ເດືອນຜ່ານມາ ແລະ ຄາດຄະເນວ່າ ນັບແຕ່ນີ້ຮອດທ້າຍປີ, ຄິດໄລ່ເຖິງຄວາມສ່ຽງທີ່ກ່ຽວຂ້ອງເຖິງບັນດາການກະທຳສາກົນທາງດ້ານການຄ້າ, ພະຍາດ, ໄພທຳມະຊາດ... ຫວ່າງມໍ່ໆມານີ້. ບົນເນື້ອໃນຈິດໃຈຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຮັກສາໄດ້ທ່າເຕີບໂຕຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ