ກອງປະຊຸມບັນດາການນຳອາຊຽນ ອອກຖະແຫຼງການປະທານ

(VOVWORLD) - ວັນທີ 24 ເມສາ, ເມື່ອສິ້ນສຸດກອງປະຊຸມບັນດາການນຳອາຊຽນ ຢູ່ ຈາກາຕາ, ອາຊຽນ ໄດ້ອອກຖະແຫຼງການປະທານ.

   ໃນນັ້ນໄດ້ເຕື້ອງເຖິງບັນດາຂໍ້ຕົກລົງຂອງການນຳ ອາຊຽນກ່ຽວກັບການຍູ້ແຮງການສ້າງປະຊາຄົມ, ເພີ່ມທະວີການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ຟື້ນຟູ, ເປີດກ້ວາງ ແລະ ເຮັດໃຫ້ການພົວພັນລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມືເລິກເຊິ່ງກ່ວາອີກ.

ກອງປະຊຸມບັນດາການນຳອາຊຽນ ອອກຖະແຫຼງການປະທານ - ảnh 1ພາບປະກອບ/TTXVN

ຖະແຫຼງການກໍ່ໄດ້ສະແດງທັດສະນະຂອງການນຳອາຊຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ໃນນັ້ນມີ 5 ຈຸດ ອາຊຽນມີຄວາມເຫັນດີເຫັນພ້ອມຕໍ່ບັນຫາ ມຽນມາ. ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ, ທຸກຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ດຳເນີນການເຈລະຈາທີ່ມີລັກສະນະສ້າງສັນເພື່ອແນໃສ່ຊອກຫາວິທີການສັນຕິພາບ, ຈັດສົ່ງທູດພິເສດຂອງ ອາຊຽນ ເປັນກາງ ຊຸກຍູ້ວິວັດການເຈລະຈາ, ສະໜອງການໜູນຊ່ວຍດ້ານມະນຸດສະທຳ ໃຫ້ແກ່ຊາວ ມຽນມາ, ການເດີນທາງຢ້ຽມຢາມ ມຽນມາ ຂອງ ທູດພິເສດຂອງປະທານອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ