ກອງປະຊຸມບັນດາເພື່ອນມິດຂອງ ຊີຣີ

ກອງປະຊຸມບັນດາເພື່ອນມິດຂອງ ຊີຣີ - ảnh 1
ທະຫານແຕກທັບ ຊີຣີ ຍິງລລູກປື່ນໃຫຍ່ໃສ່ທະຫານ ລັດຖະບານ
(ພາບ: Reuters)

(vovworld) –  ວັນ​ທີ 20/4, ກອງ​ປະຊຸມ​ບັນດາ​ເພື່ອ​ນມິດ​ຂອງ ຊີຣີ ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ Istanbul, ປະ​ເທດ ຕວັກກີ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າ​ຂອງ 11 ປະ​ເທດ ​ເຊິ່ງລວມມີ: ອາ​ເມ​ລິ​ກາ, ບາງ​ປະ​ເທດ ​ເອີ​ລົບ ​ແລະ ອາຣັບ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ສະມາຊິກ​ຄົນ​ໜຶ່ງ​ຂອງ​ຝ່າຍ​ຄ້ານ ​ໃຫ​້ຮູ້​ວ່າ: ກອງ​ປະຊຸມຄັ້ງນີ້​ຈະ​ແມ່ນ​ບາ​ດລ້ຽວ​ໃຫຍ່​ຊ່ວຍ​ຢຸດຕິ​ວິ​ກິດ​ການ​ທີ່​ແກ່​ຍາວ​ເປັນ​ເວລາ 2 ປີຜ່ານມາ​ຢູ່ ຊີຣີ. ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງກອງ​ປະຊຸມ​ນີ້ ​ແມ່ນ​ເຫັນ​ດີ​ກັບຂໍ້​ຕົກລົງ​ກ່ຽວ​ກັບການ​ປະກອບອາວຸດ​​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ ຢູ່ ຊີຣີ.

        ວັນ​ທີ 19/4, ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ ທ່ານ Lakhdar Brahimi ກໍ່​ໃຫ້​ຮູ້​ວ່າ: ພວມ​ມານະ​ພະຍາຍາມ​ພົບປະ​ເຈລະຈາກັບ​ບັນດາ​ຝ່າຍ​ຢູ່ ຊີຣີ, ທາ​ບທາມ​ຄວາມ​ເຫັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ພິ​ເສດ​ແມ່ນ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເພື່ອ​ຊ​ອກຫາ​ມາດ​ຕະການ​ທີ່ເໝາະ​ສົມ​ໃຫ​້ວິ​ກິດ​ການ​ຢູ່ ຊີຣີ.

 

ຂ່າວ/ບົດ​ອື່ນ