ກອງປະຊຸມບໍ່ເປັນທາງ ການກອງບັນຊາການ ກຳລັງປ້ອງກັນຊາດ ອາຊຽນ


ກອງປະຊຸມບໍ່ເປັນທາງ ການກອງບັນຊາການ ກຳລັງປ້ອງກັນຊາດ ອາຊຽນ - ảnh 1
ທ່ານ​ພົນ​ໂທ​ໂດ້ບາ​ຕິ

 (ພາບ: http://nguyenbathanh.net)

 (vovworld)- ຕອນ​ເຊົ້າວັນ​ທີ 3/3, ທ່ານ​ພົນ​ໂທ​ໂດ້ບາ​ຕິ, ກຳມະການ​ສູນ​ກາງ​ພັກ, ກຳມະການ​ປະຈຳ​ຄະນະ​ພັກ​ກອງທັບ​ສູນ​ກາງ, ຫົວໜ້າ​ເສລາ​ທິການ​ໃຫ່ຍກອງທັບ ປຊຊ ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ກອງທັບ​ຂັ້ນສູງກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ເດີນ​ທາງ​ໄປ​ມຽນມາ ​ເຂົ້າຮ່ວມກອງ​ປະຊຸມ​ບໍ່​ເປັນ​ທາງ​ການກອງບັນຊາ​ການ​ກຳລັງ​ປ້ອງກັນຊາ​ດອາ​ຊຽນ ຄັ້ງທີ 11 (ACDFIM-11). ACDFIM-11 ມີ​ຫົວ​ເລື່ອງ​ວ່າ: “ສັນຕິພາບ ​ແລະ ວັດທະນາຖາວອນຂອງ​ປະຊາ​ຄົມ​ອາ​ຊຽນ“. ທີ່​ກອງ​ປະຊຸມ, ບັນດາ​ການ​ນຳ, ຜູ້​ບັນຊາ​ການ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ສົມທົບ​ລະຫວ່າງ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ, ​ ​ແນ​ໃສ່​ພ້ອມ​ກັນ​​ຮັບ​ມື​ກັບບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ສະຫງົບ​ປອດ​ໄພ​ລວມ, ພິ​ເສດ​ແມ່ນ​ການ​ປ້ອງ​ກັນຄວາມສະຫງົບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ພວມ​​ແມ່ນ​ບັນຫາ​ສຳລັບ​ບັນດາ​ປະ​ເທດ​ສະມາຊິກອາ​ຊຽນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວິວັດ​ທະ​ນາ​ການສ້າງ​ປະຊາ​ຄົມ​ອາ​ຊຽນ​ແຫ່ງ​ສັນຕິພາບ, ວັດທະ​ນະ​ຖາວອນ, ​ເລີ່​ມ​ແຕ່​ປີ 2015./.

ຂ່າວ/ບົດ​ອື່ນ