ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມົງ​ໂກນ ຄັ້ງ​ທີ 9

(VOVWORLD) -  ວັນທີ 9 ທັນວາ 2020, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ມົງໂກນ  Munkhjin Batsumber ໄດ້ເປັນປະທານຮ່ວມວາລະປຶກສາຫາລືດ້ານການເມືອງລະຫວ່າງ ກະຊວງການຕ່າງປະເທດສອງປະເທດ ຫວຽດນາມ - ມົງໂກນ ຄັ້ງທີ 9 ດ້ວຍຮູບການທາງອອນລາຍ.
ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມົງ​ໂກນ ຄັ້ງ​ທີ 9 - ảnh 1ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ກະຊວງການຕ່າງປະເທດສອງປະເທດ ຫວຽດນາມ - ມົງໂກນ ຄັ້ງທີ 9 ດ້ວຍຮູບການທາງອອນລາຍ. (ພາບ: ກະຊວງການຕ່າງປະເທດ)

ກ່ຽວກັບການພົວພັນດ້ານການເມືອງ, ສອງຝ່າຍໄດ້ຢັ້ງຢືນເຖິງການຖືເປັນສຳຄັນ ແລະ ປາດຖະໜາກຢາກສືບຕໍ່ພັດທະນາການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດທີ່ເໝາະສົມກັບເງື່ອນໄຂ ແລະ ຜົນປະໂຫຍດຂອງແຕ່ລະປະເທດ.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍເຫັນດີພ້ອມກັນຍູ້ໄວການຜັນຂະຫຍາຍການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືຂົງເຂດຕ່າງໆ, ກ່ອນອື່ນໝົດແມ່ນລະບຽບການນຳເຂົ້າສິນຄ້າລະຫວ່າງສອງປະເທດ. ສອງຝ່າຍສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດຄົ້ນຄວ້າຕະຫຼາດ, ຊອກຫາກາລະໂອກາດຮ່ວມມືໃນບັນດາຂົງເຂດ.

        ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ສອງຝ່າຍເຫັນດີເປັນເອກະພາບ ແລະ ຖືວ່າ ຄວນແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ຜ່ານການເຈລະຈາ, ບົນພື້ນຖານເຄົາລົບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ