ກອງປະຊຸມປະຈໍາປີ ເວທີປາໄສອາຊີ ປົ໊ວອ໊າວ ຈະຈັດຂຶ້ນໃນທ້າຍເດືອນ ມີນາ 2019

(VOVWORLD) -ຈະມີຜູ້ແທນ ກວ່າ 2000 ທ່ານ ເຊິ່ງແມ່ນປະມຸກລັດ, ຜູ້ນໍາໜ້າລັດຖະບານບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ການນໍາວິສາຫະກິດ ແລະ ນັກຊ່ຽວຊານດ້ານເສດຖະກິດເຂົ້າຮ່ວມກອງປະຊຸມ

        ວັນທີ 16 ມັງກອນ, ຄະນະເລຂາ ເວທີປາໄສອາຊີ ປົ໊ວອ໊າວ ແຈ້ງໃຫ້ຊາບວ່າ ກອງປະຊຸມປະຈໍາປີ ຂອງ ເວທີປາໄສປີນີ້ ຈະຈັດຕັ້ງໃນລະຫວ່າງວັນທີ 26 – 29 ມີນາ, ຢູ່ເທດສະບານເມືອງ ປົ໊ວອ໊າວ, ແຂວງ ໄຮ່ໜານ, ປະເທດ ຈີນ ດ້ວຍຫົວຂໍ້ວ່າ “ຮ່ວມຊາຕາກໍາ, ຮ່ວມການກະທໍາ ແລະ ຮ່ວມກັນພັດທະນາ”. ໃນນັ້ນ, ວາລະໄຂຈະດໍາເນີນໃນວັນທີ 28 ມັງກອນ ຢ່າງເປັນທາງການ. ໂດຍຈະມີຜູ້ແທນ ກວ່າ 2000 ທ່ານ ເຊິ່ງແມ່ນປະມຸກລັດ, ຜູ້ນໍາໜ້າລັດຖະບານບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ການນໍາວິສາຫະກິດ ແລະ ນັກຊ່ຽວຊານດ້ານເສດຖະກິດເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມຈະດໍາເນີນປະມານ 50 ການປຶກສາຫາລື ທີ່ມີສ່ວນກ່ຽວຂ້ອງເຖິວ 5 ບັນຫາ ຢ່າງເປັນທາງການ ເຊິ່່ງລວມມີ: ພື້ນຖານເສດຖະກິດໂລກເປີດ; ລັດທິຫຼາຍຝ່າຍ, ການຮ່ວມມືໃນພາກພື້ນ ແລະ ການບໍລິຫານທົ່ວໂລກ; ປ່ຽນແປງໃໝ່ກໍາລັງໜູນ; ພັດທະນາ ຄຸນນະພາບສູງ ແລະ ບັນດາບັນຫາຮ້ອນເຮັ່ງ. ໃນນັ້ນ, ສິ່ງທີ່ເປັນໜ້າສົນໃຈແມ່ນ ຈະດໍາເນີນການປຶກສາຫາລືລະຫວ່າງບັນດາເຈົ້າແຂວງ, ເຈົ້າຄອງນະຄອນ ອາຊຽນ - ຈີນ, ການປຶກສາຫາລືລະຫວ່າງບັນດາ CEO ຈີນ - ອາເມລິກາ, ຈີນ - ຍີ່ປຸ່ນ ແລະ ຈີນ - ອົດສະຕາລີ, ກອງປະຊຸມໂຕະມົນຕ່າງໆ ກ່ຽວກັບ 5G, ພູມປັນຍາທຽມ, Big data, ເສດຖະກິດທາງທະເລ ແລະ ເວທີປາໄສກ່ຽວກັບທະເລຕາເວັນອອກ.


ຕອບກັບ

ຂ່າວ/ບົດ​ອື່ນ