ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16

(VOVWORLD) - ຕອນເຊົ້າວັນທີ 07 ມີນາ, ຢູ່ນະຄອນ ພັດທາຢາ, ລາຊະອານາຈັກ ໄທ ໄດ້ດຳເນີນກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 (ACDFM-16).
ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 - ảnh 1 ທ່ານພົນໂທ ຟານວັນຢາງ (ພາບ: TTXVN)

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ ACDFM-16 ທີ່ມີຫົວຂໍ້ວ່າ: “ຄວາມໝັ້ນຄົງແບບຍືນຍົງ”.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ ໄດ້ສະແດງຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຮ່າງຖະແຫຼງການຮ່ວມຂອງກອງປະຊຸມ ACDFM ຄັ້ງນີ້, ໃນນັ້ນ ເນັ້ນໜັກເຖິງຄວາມສຳຄັນຂອງທະເລຕາເວັນອອກ ແລະ ຄຳໝັ້ນສັນຍາຂອງບັນດາປະເທດໃນເລື່ອງສືບຕໍ່ຮັກສາຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ເໝາະສົມກັບກົດໝາຍສາກົນ. ໄປຄຽງຄູ່ກັນນັ້ນ, ທ່ານ ຟານວັນຢາງ ກໍ່ສະເໜີກຳລັງປະຕິບັດກົດໝາຍຢູ່ທະເລ ແລະ ເຫຼົ່າທັບເຮືອຂອງບັນດາຝ່າຍທີ່ກ່ຽວຂ້ອງ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ເພື່ອແກ້ໄຂບັນດາບັນຫາຢູ່ທະເລ, ເປັນຕົ້ນແມ່ນຊາວປະມົງຢ່າງວ່ອງໄວ ແລະ ມີປະສິດທິຜົນທີ່ສຸດ ບົນຈິດໃຈມະນຸດສະທຳ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດທະເລໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ