ກອງປະຊຸມພົບປະເຈລະຈາລະຫວ່າງເລຂາພັກ 4 ແຂວງຂອງ ຫວຽດນາມ ແລະ ເລຂາພັກເຂດປົກຄອງຕົນເອງຊົນເຜົ່າຈວາງ, ກວາງຊີ

(VOVWORLD) - ການພົວພັນຮ່ວມມືລະຫວ່າງ 4 ແຂວງຂອງ ຫວຽດນາມ ແລະ ເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ກວາງຊີ (ຈີນ) ສືບຕໍ່ໄດ້ຮັບການເພີ່ມທະວີ, ພັດທະນາ.
ກອງປະຊຸມພົບປະເຈລະຈາລະຫວ່າງເລຂາພັກ 4 ແຂວງຂອງ ຫວຽດນາມ ແລະ ເລຂາພັກເຂດປົກຄອງຕົນເອງຊົນເຜົ່າຈວາງ, ກວາງຊີ - ảnh 1  ທີ່ກອງປະຊຸມພົບປະເຈລະຈາ (ພາບ: TTXVN)

ວັນທີ 22 ມີນາ, ແຂວງ ລ້າງເຊີນ ໄດ້ຈັດຕັ້ງກອງປະຊຸມເຈລະຈາ “ພົບປະຕົ້ນລະດູບານໃໝ່ 2019” ລະຫວ່າງເລຂາພັກແຂວງ 4 ແຂວງຂອງ ຫວຽດນາມ ລວມມີແຂວງ ລ້າງເຊີນ, ແຂວງ ກວາງນິງ, ແຂວງ ກາວບັງ, ແຂວງ ຮ່າຢາງ ແລະ ເລຂາພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ກວາງຊີ (ຈີນ).

        ທີ່ກອງປະຊຸມພົບປະເຈລະຈາ, ທ່ານນາງ ເລິມທິເຟືອງແທງ ເລຂາພັກແຂວງແຂວງ ລ້າງເຊີນ ໄດ້ເນັ້ນໜັກວ່າ: ການພົວພັນຮ່ວມມືລະຫວ່າງ 4 ແຂວງຂອງ ຫວຽດນາມ ແລະ ເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ກວາງຊີ (ຈີນ) ສືບຕໍ່ໄດ້ຮັບການເພີ່ມທະວີ, ພັດທະນາ. 2 ຝ່າຍໄດ້ຮັກສາບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງການນຳຂັ້ນສູງ 2 ຝ່າຍເປັນປະຈຳ ແລະ ມີໄຫວພິບ. ເພື່ອຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືລະຫວ່າງ 2 ຝ່າຍ ສືບຕໍ່ພັດທະນາ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງ, ທ່ານນາງ ເລິມທິເຟືອງແທງ ໄດ້ສະເໜີເນື້ຶ້ອໃນບາງຢ່າງ ເຊິ່ງການນຳບັນດາແຂວງຝ່າຍ ຫວຽດນາມ ຈະແລກປ່ຽນກັບການນຳເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ກວາງຊີ (ຈີນ) ໃນລາຍການ “ພົບປະຕົ້ນລະດູບານໃໝ່ 2019”.

        ພາຍຫລັງລາຍການ “ພົບປະຕົ້ນລະດູບານໃໝ່ 2018” ມາຮອດປັດຈຸບັນ, 2 ຝ່າຍໄດ້ຈັດຕັ້ງບັນດາການພົບປະຂອງການນຳຂັ້ນສູງຂອງ 2 ຝ່າຍປະສົບຜົນສຳເລັດ. 2 ຝ່າຍໄດ້ຢື້ຢາມຖາມຂ່າວ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສົ່ງໂທລະເລກອວຍພອນເຊິ່ງກັນ ແລະ ກັນເນື່ອງໃນໂອກາດດຳເນີນບັນດາເຫດການສຳຄັນຂອງແຕ່ລະປະເທດເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ