ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ

(VOVWORLD) -ຈີນ ຢືນຢັນວ່າ ຈະສືບຕໍ່ຍູ້ແຮງການສະໜອງວັກຊິນໃຫ້ແກ່ບັນດາປະເທດອາຊຽນ, ໜູນຊ່ວຍອາຊຽນ ຍົກສູງກຳລັງຄົ້ນຄວ້າ, ພັດທະນາ, ຜະລິດ ແລະ ຈຳໜ່າຍວັກຊິນ.
ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ - ảnh 1(ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ)

ຕອນບ່າຍວັນທີ 07 ມິຖຸນາ, ຢູ່ນະຄອນ ຈູງກິ່ງ, ປະເທດ ຈີນ, ໄດ້ດຳເນີນກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ- ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື (1991-2021). ຢູ່ທີ່ນີ້, ບັນດາລັດຖະມົນຕີການຕ່່າງປະເທດອາຊຽນ ແລະ ຈີນ ໄດ້ແບ່ງປັນບັນດາການກຳນົດທິດພັດທະນາທີ່ສຳຄັນໃຫ້ແກ່ການພົວພັນ 2 ຝ່າຍ, ໃນນັ້ນເຫັນດີສະຫງວນໃຫ້ບຸລິມະສິດສູງໃຫ້ແກ່ການຍູ້ແຮງການຮ່ວມມືໃນການຄວບຄຸມໂລກລະບາດໂຄວິດ-19, ຊຸກຍູ້ການຟື້ນຟູ. ຈີນ ຢືນຢັນວ່າ ຈະສືບຕໍ່ຍູ້ແຮງການສະໜອງວັກຊິນໃຫ້ແກ່ບັນດາປະເທດອາຊຽນ, ໜູນຊ່ວຍອາຊຽນ ຍົກສູງກຳລັງຄົ້ນຄວ້າ, ພັດທະນາ, ຜະລິດ ແລະ ຈຳໜ່າຍວັກຊິນ. ພ້ອມກັນນັ້ນ, ຈີນ ກໍ່ຈະຕັ້ງໜ້າສົມທົບກັບອາຊຽນ ຊຸກຍູ້ການຟື້ນຟູຜ່ານການຜັນຂະຫຍາຍກອບຟື້ນຟູສັງລວມອາຊຽນ, ສ້າງຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ…

ກອງປະຊຸມກໍ່ໄດ້ຢືນຢັນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກເຊິ່ງ ແມ່ນຄວາມສົນໃຈ ແລະ ຜົນປະໂຫຍດລວມຂອງທັງອາຊຽນ ແລະ ຈີນ. ບັນດາລັດຖະມົນຕີໄດ້ຊົມເຊີຍກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ກ່ຽວກັບການຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 19 ເຊິ່ງດຳເນີນກ່ອນຈັດກອງປະຊຸມລັດຖະມົນຕີ. ບັນດາທ່ານລັດຖະມົນຕີກໍ່ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ເຊື່ອມຕໍ່ວິວັດທະນາການເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ເນັ້ນໜັກວ່າ, ຫວຽດນາມ ຈະຕັ້ງໜ້າ ພ້ອມກັບບັນດາປະເທດອາຊຽນ ແລະ ຈີນ ເພີ່ມທະວີການເຈລະຈາດ້ານການເມືອງ, ຍົກສູງຄວາມຮັບຮູ້, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ຍູ້ແຮງການຮ່ວມມືຮອບດ້ານ. ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຖືເປັນສຳຄັນຄວາມມານະພະຍາຍາມລະຫວ່າງອາຊຽນ ແລະ ຈີນ ເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ເຄົາລົບກົດໝາຍສາກົນຢູ່ພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນ, ຄວາມແຕກໂຕນກັນໂດຍສັນຕິວິທີ. ຫວຽດນາມ ຈະພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນ ຜັນຂະຫຍາຍ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ສ້າງ COC ຢ່າງມີປະສິດທິພາບ, ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ແລະ UNCLOS 1982.

ກ່ຽວກັບບັນຫາ ມຽນມາ, ບັນດາປະເທດອາຊຽນ ຈະສືບຕໍ່ໜູນຊ່ວຍ ມຽນມາ ເພື່ອຊອກຫາມາດຕະການແກ້ໄຂທີ່ຍາວນານເພື່ອຮັກສາສະພາບການໃຫ້ເປັນປົກກະຕິ ແລະ ຊ່ວຍປະຊາຊົນກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ, ພ້ອມກັນນັ້ນກໍ່ປາດຖະໜາວ່າ ຈີນ ຈະຕັ້ງໜ້າສະໜັບສະໜູນຄວາມມານະພະຍາຍາມດັ່ງກ່າວຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ