ກອງປະຊຸມລັດຖະມົນຕີ G7 ບັນລຸໄດ້ຄວາມເຫັນດີສຳຄັນກ່ຽວກັບການປ່ຽນແປງໃໝ່ເຕັກໂນໂລຢີ ແລະ ວຽກເຮັດງານທຳ

(VOVWORLD) - ຕອນບ່າຍວັນທີ 28 ມີນາ, ກອງປະຊຸມລັດຖະມົນຕີກ່ຽວກັບວຽກເຮັດງານທຳ ແລະ ການປ່ຽນແປງໃໝ່ຂອງກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ໄດ້ອັດລົງຢ່າງເປັນທາງການ ພາຍຫລັງການປຶກສາຫາລືເປັນເວລາ 2 ວັນຢູ່ນະຄອນ Montreal ຂອງປະເທດ ການາດາ
ກອງປະຊຸມລັດຖະມົນຕີ G7 ບັນລຸໄດ້ຄວາມເຫັນດີສຳຄັນກ່ຽວກັບການປ່ຽນແປງໃໝ່ເຕັກໂນໂລຢີ ແລະ ວຽກເຮັດງານທຳ - ảnh 1 ກອງປະຊຸມລັດຖະມົນຕີກ່ຽວກັບວຽກເຮັດງານທຳ ແລະ ການປ່ຽນແປງໃໝ່ຂອງກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ພາບ: TTXVN

ດ້ວຍເລື່ອງເນັ້ນໜັກເຖິງບົດບາດຂອງຫົວຄິດປະດິດສ້າງ, ການປ່ຽນແປງໃໝ່ເຕັກໂນໂລຢີ ແລະ ວິທີການຊ່ວຍຄົນງານປັບຕົວຢ່າງແທດເໝາະກັບພື້ນຖານເສດຖະກິດ ພວມປ່ຽນແປງຢ່າງໄວ. ໃນ 2 ມື້ປຶກສາຫາລື, ບັນດາຜູ້ແທນປະມານ 200 ທ່ານ ທີ່ມາຈາກ 7 ປະເທດອຸດສາຫະກຳແຖວໜ້າໂລກ ໄດ້ດຳເນີນບັນດາວາລະປຶກສາຫາລືກ່ຽວກັບຜົນກະທົບຂອງຫົວຄິດປະດິດສ້າງ ແລະ ການປ່ຽນແປງໃໝ່ເຕັກໂນໂລຢີສຳລັບຕະຫລາດວຽກເຮັດງານທຳ, ທັກສະຂອງຄົນງານ ແລະ ການພັດທະນາເສດຖະກິດໃນອະນາຄົດ. ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຖືວ່າ ການກຳເນີດຂຶ້ນຂອງບັນດາເຕັກໂນໂລຢີໃໝ່ - ເປັນຕົ້ນແມ່ນພູມປັນຍາສະຫລາດ (AI) - ຈະປ່ຽນແປງເນື້ອແທ້ວຽກເຮັດງານທຳ ແລະ ສ້າງບັນດາຜົນກະທົບຢ່າງແຮງຕໍ່ຕະຫລາດແຮງງານ, ທ່າອ່ຽງການລົງທຶນ ກໍ່ຄືການພັດທະນາເສດຖະກິດໃນອະນາຄົດ.

        ກຸ່ມ G7 ລວມມີບັນດາປະເທດຄື: ອັງກິດ, ການາດາ, ເຢຍລະມັນ, ອີຕາລີ, ອາເມລິດາ, ຍີ່ປຸ່ນ ແລະ ຝະຣັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ