ກອງປະຊຸມລັດຖະມົນຕີ G7 ຢູ່ ການາດາ: ບັນດາຫົວເລື່ອງຈຸດສຸມ

(VOVWORLD) - ກົດບັດກ່ຽວກັບການສະກັດກັ້ນຂີ້ເຫຍື້ອປະເພດຢາງຢູ່ມະຫາສະໝຸດແມ່ນໜຶ່ງໃນບັນດາຫົວເລື່ອງຈຸດສຸມ ໄດ້ຮັບການປຶກສາຫາລືທີ່ກອງປະຊຸມລັດຖະມົນຕີກຸ່ມບັນດາພື້ນຖານອຸດສາຫະກຳແຖວໜ້າໂລກ (G7)

ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ມະຫາສະໝຸດ ແລະ ພະລັງງານສະອາດ. ກອງປະຊຸມດຳເນີນແຕ່ວັນທີ 19 – 21 ກັນຍາ ຢູ່ນະຄອນ Halifax ຂຶ້ນກັບແຂວງ Nova Scotia ຂອງປະເທດ ການາດາ.

       ກອງປະຊຸມຄັ້ງນີ້ ກໍ່ຈະເຕື້ອງເຖິງບັນດາຂໍ້ກຳນົດ ແນໃສ່ມຸ່ງໄປເຖິງເປົ້າໝາຍຫລຸດຜ່ອນການປ່ອຍປະລິມານມົນລະພິດ ກາກບອນ ໃນຂອບເຂດຂໍ້ຕົກລົງ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ນອນນັ້ນ, ໂຄງການດຳເນີນງານຂອງກອງປະຊຸມ ກໍ່ເຕື້ອງເຖິງບັນດາມາດຕະການຮັບມືກັບຂະບວນການຫາປາຜິດກົດໝາຍ ແລະ ວິທີການຮັບມືກັບອາກາດຮ້າຍແຮງຂອງເຂດແຄມທະເລ. ພິເສດ, ບັນດາລັດຖະມົນຕີພະລັງງານຂອງ G7 ຈະສຸມໃສ່ປຶກສາຫາລືກ່ຽວກັບບັນຫາພະລັງງານສະອາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ