ກອງປະຊຸມລັດຖະມົນຕີ ການຕ່າງປະເທດອາຊຽນ- EU ຄັ້ງທີ 20: ຫວຽດນາມ ຢືນຢັນບົດບາດປະສານງານ

ກອງປະຊຸມລັດຖະມົນຕີ ການຕ່າງປະເທດອາຊຽນ- EU ຄັ້ງທີ 20: ຫວຽດນາມ ຢືນຢັນບົດບາດປະສານງານ - ảnh 1
(ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ)

(vovworld) –  ​ໃນ​ລະຫວ່າງ​ວັນ​ທີ 22 – 23/07, ຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ​ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - EU ຄັ້ງທີ 20 (AEMM - 20) ຄັ້ງ​ທຳ​ອິດ ​ໂດ​ຍຫວຽດນາມ ​ແລະ EU ​ເປັນ​ປະທານ​ຮ່ວມໃນ​ໄລຍະທີ່​ຫວຽດນາມ ​ເປັນ​ຜູ້​ປະສານ​ງານ​ການ​ພົວພັນຄູ່​​ເຈລະຈາລະຫວ່າງ 2 ອົງການ (2012 - 2015). ດ້ວຍ​ຫົວ​ຂໍ້ “ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດອາ​ຊຽນ - EU ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມວັດທະນາ​ຖາວອນ”, 2 ຝ່າຍ​ເຫັນ​ດີ​​ເປັນ​ເອກະ​ພາບ​ຕໍ່​ທິດ​ທາງຊຸກຍູ້​ການ​ພົວພັນ​ລະຫວ່າງ​ອາ​ຊຽນ - EU.

        ກ່ຽວກັບ​ການ​ພົວພັນອາ​ຊຽນ - EU, 2 ຝ່າຍ​ເຫັນ​ດີ​ຈະ​ນຳ​ການ​ພົວພັນ​ລະຫວ່າງອາ​ຊຽນ - EU ​ພັດທະນາ​ມຸ່ງ​ໄປສູ່​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

        ກ່ຽວກັບ​ດ້ານ​ການ​ເມືອງ - ປ້ອງ​ກັນ​ຄວາມ​ສະຫງົບ, ອາ​ຊຽນ ​ແລະ EU ​ເຫັນ​ດີ​ຈະ​ສືບຕໍ່​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບບັນຫາ​ການ​ເມືອງ ​ແລະ ປ້​ອງກັນ​ຄວາມ​ສະຫງົ​ບ ກໍ່​ຄື​ທາ​ບທາມ​ຄວາມ​ເຫັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ສຽງ​ເວົ້າ, ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ສາຍ​ພົວພັນ​ອາ​ຊຽນ ​ແລະ EU ​​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ.

        ​ໃນ​ຂົງ​ເຂດ​ເສດຖະກິດ, 2 ຝ່າຍ​ສູ້ຊົນ​ເພີ່ມ​ວົງ​ເງິນ​ການ​ຄ້າ 2 ຝ່າຍ, ​ເຫັນ​ດີ​ເລື່ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ອາ​ຊຽນ - EU ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ FTA ພາຍຫຼັງປີ 2015 ​ໂດຍ​ໄວ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ທັງ​ດ້ານ​ການ​ບິນ, ການ​ເດີນ​ທະ​ເລ, ທາງບົກ ​ແລະ ການພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ. 2 ຝ່າຍ​ກໍ່​ເຫັນ​ດີ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ເສດຖະກິດ​ຂັ້ນ​ລັດຖະມົນຕີ​​ເສດຖະກິດ​ອາ​ຊຽນ ​ແລະ  EU ​ເປັນ​ປະຈຳ.

        EU ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະໜູນ​ຊ່ວຍ​ອາ​ຊຽນ ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ ຢ່າງ​ຕັ້ງໜ້າ, ​ໃຫ້​ຄຳ​ໝັ້ນ​ສັນຍາ​​ເພີ່ມການ​ໜູນ​ຊ່ວຍ​​ພັດທະນາ​ໃຫ້​ອາ​ຊຽນ ຂຶ້ນ​ທົບ 2 ​ເທົ່າ​​ແມ່ນ 170 ລ້ານ​ເອີ​ໂລ ​​ໄລຍະ 2014 – 2020 (​ເມື່ອ​ທຽບ​ໃສ່​​ລະດັບ 70 ລ້ານ ​​ເອ​ໂລ​ໃນ​​​ໄລ​ຍະ 2007 - 2013).

        ກ່ຽວກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ, ສະມາຊິກ​ຄະນະ​ຜູ້​ແທນ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “2 ຝ່າຍ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງບັນຫາ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ລັດຖະມົນຕີ​ອາ​ຊຽນ ​ແລະ EU ສະ​ແດງ​ຄວາມ​ວິຕົກ​ກັງ​ວົງ​ຢ່າງ​ເລິກ​ເຊິ່ງ ​ແລະ ຢືນຢັນ​ວ່າ ບັນດາ​ຝ່າຍຕ້ອງ​ເຄົາລົບ​ກົດໝາຍ​ສາກົນ, ​ເຄົາລົບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ​ໃນ​ສະພາບ​ຄື​ປະຈຸ​ບັນ, ຝ່າຍ​ຕ່າງໆ​ຕ້ອງ​ລະງັບ​ໃຈ, ບໍ່​ນາບ​ຂູ່ນຳ​ໃຊ້​ອາວຸດ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ກັນໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ. ຜ່ານ​ນີ້ ກໍ່ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຫຼັກ​ໝັ້ນຢ່າງ​ແຮງ​ຂອງ​ອາ​ຊຽນ ​ແລະ EU ສຳລັບ​ສັນຕິພາບ ​ແລະ ຄວາມ​ປອດ​​ໄພຢູ່​ທະ​ເລ​ຕາ​ເວັນ​ອອກ​”.

        ພ້ອມ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ແລະ EU ​ໄດ້​ອອກ​ຖະ​ແຫຼ​ງການ​ສະ​ເພາະ​ກ່ຽວ​ກັບ​ໄພພິບັດ​ເຮືອບິນ MH17.

        ກອງ​ປະ​ຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - EU ຄັ້ງທີ 20 ກໍ່​ຕີ​ລາຄາ​ສູງ​ບົດບາດ​ປະສານ​ງານ​ຂອງ​ຫວຽດນາມ ນັບ​ແຕ່​ປີ 2012 ມາ​ຮອດ​ປະຈຸ​ບັນ, ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ​ການ​ບໍລິຫານ ​ແລະ ​ເປັນ​ປະທານ​ຮ່ວມ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ປະສົບ​ຜົນສຳ​ເລັດຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ