ກອງປະຊຸມລັດຖະມົນຕີກະຊວງການເງິນ ອາຊຽນ+3 ວາງອອກວິທີການ ເພື່ອແນໃສ່ຮັບມືກັບບັນດາວິກິດການດ້ານການເງິນ

(VOVWORLD) -ລັດຖະມົນຕີກະຊວງການເງິນ ບັນດາປະເທດ ອາຊີ  ໄດ້ເຫັນດີເປັນເອກະພາບຕໍ່ການພິຈາລະຈານໍາສະກຸນເງິນເຢັນຂອງ ຍີ່ປຸ່ນ ແລະ ສະກຸນເງິນຢວນຂອງ ຈີນ ເຂົ້າໃນບັນດາຂໍ້ຕົກລົງແລກປ່ຽນເງິນຕາ ພ້ອມກັບສະກຸນເງິນ USD
ກອງປະຊຸມລັດຖະມົນຕີກະຊວງການເງິນ ອາຊຽນ+3 ວາງອອກວິທີການ ເພື່ອແນໃສ່ຮັບມືກັບບັນດາວິກິດການດ້ານການເງິນ - ảnh 1ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ກອງປະຊຸມ ( ພາບ: YONHAP/TTXVN )

ລັດຖະມົນຕີກະຊວງການເງິນ ບັນດາປະເທດ ອາຊີ  ໄດ້ເຫັນດີເປັນເອກະພາບຕໍ່ການພິຈາລະຈານໍາສະກຸນເງິນເຢັນຂອງ ຍີ່ປຸ່ນ ແລະ ສະກຸນເງິນຢວນຂອງ ຈີນ ເຂົ້າໃນບັນດາຂໍ້ຕົກລົງແລກປ່ຽນເງິນຕາ ພ້ອມກັບສະກຸນເງິນ USD ໃນຄວາມານະພະຍາຍາມຮັບມືກັບບັນດາວິກິດການດ້ານການເງິນ ທີ່ອາດຈະເກີດຂຶ້ນ, ພ້ອມທັງປະຕິເສດລັດທິອາລັກຂາ ໃນສະພາບການແກ່ງແຍ້ງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍັງບໍ່ທັນສິ້ນສຸດລົງເທື່ອ. ໃນຖະແຫຼງການຮ່ວມ ພາຍຫຼັງ ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ, ສ.ເກົາຫຼີ (ອາຊຽນ+3) ທີ່ຈັດຂຶ້ນໃນວັນທີ 2 ພຶດສະພາ ຢູ່ Fiji, ຜູ້ແທນບັນດາປະເທດເຂົ້າຮ່ວມໄດ້ເນັ້ນໜັກວ່າ ການເພີ່ມເຕີມບັນດາສະກຸນເງິນພາຍໃນ ເຂົ້າໃນຂໍ້ຕົກລົງແລກປ່ຽນເງິນຕາແມ່ນ “ການເລືອກເຟັ້ນເພີ່ມທະວີ” ໃຫ້ແກ່ອະນາຄົດ.

        ຖະແຫຼງການຮ່ວມກໍຊີ້ແຈ້ງວ່າ ບັນດາປະເທດໄດ້ໃຫ້ຄໍາໝັ້ນສັນຍາສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ໂດຍອີງໃສ່ຫຼັກການ, ພ້ອມທັງຄັດຄ້ານທຸກຮູບການຂອງລັດທິອາລັກຂາ.  

ຕອບກັບ

ຂ່າວ/ບົດ​ອື່ນ