ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນຄັ້ງທີ10

ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນຄັ້ງທີ10 - ảnh 1
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 9
(ພາບ​ປະ​ກອບ: vannghequandoi)

(vovworld)- ​​​​​​​​​​​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ ທ່ານ​ພົນ​ໂທ ​ຈັນ​ສະ​ໝອນ ຈັນ​​ຍາ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ຕອນ​ເຊົ້າ​ວັນ​ທີ 23/5 ທ່ານ​ພົນ​ເອກ ໂງ​ຊວນ​ລິກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 10 ( ADMM-10 ) ໃນ​ລະ​ຫ​ຫວ່າງວັນ​ທີ່ 23-26/5.

        ການ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ຂອງ​​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ປ​້ອງ​ກັນ​ປະ​ເທດ ໂງ​ຊວນ​ລິກ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ​ປະ​ຊາ​ຊົນ ແລະ ກອງ​ທັບ​ສອງ​ປະ​ເທດ. ​ເລື່ອງ​ເຂົ້າ​ຮ່ວມ ADMM 10 ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂງ​ຊວນ​ລິກ ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິ​ດ​ຊອບ​ຂອງ​ຫວຽດ​ນາມ​ເຂົ້າ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ ADMM. ພ້ອມ​ທັງ​ເປັນ​ການຢັ້ງ​ຢືນ​ບົດ​ບາດ ແລະ ທີ່​ຕັ້ງ​ຂອງ​ຫວຽດ​ນາມ​ສຳ​ລັບ​ພາກ​ພື້ນ ແລະ ສາ​ກົນ ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ປະ​ກອບ​ສ່ວນ​ຊຸກ​ຍູ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຕໍ່​ບັນ​ດາ​ປະ​ເທດ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ຂ່າວ/ບົດ​ອື່ນ