ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20 ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ

(VOVWORLD) -    ກອງປະຊຸມໄດ້ແກ່ຍາວເປັນເວລາ 2 ວັນຢູ່ Rio ໂດຍໄດ້ເລີ່ມແຕ່ວັນທີ 21 ກຸມພາ ດ້ວຍການລາຍງານຕີລາຄາກ່ຽວກັບສະພາບການທົ່ວໂລກ ແລະ ບັນດາການປະທະກັນທີ່ພວມເກີດຂຶ້ນ, ໃນນັ້ນ, ມີການປະທະກັນຢູ່ ຢູແກຼນ ແລະ ເຂດ ກາຊາ. ການເຮັດວຽກໃນວັນທີ 22 ກຸມພາ ນີ້ ໄດ້ສຸມໃສ່ການບໍລິຫານທົ່ວໂລກ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20 ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Antony Blinken  ເຂົ້າຮ່ວມກອງປະຊຸມ (ພາບ: Reuters)

ວັນທີ 21 ກຸມພາ, ລັດຖະມົນຕີການຕ່າງປະເທດບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໄດ້ເດີນທາງໄປ Rio de Janeiro (ບຣາຊິນ), ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບບັນດາການປະທະກັນໃນໂລກ ແລະ ແບບວິທີປະຕິຮູບບັນດາອົງການຈັດຕັ້ງຫຼາຍຝ່າຍ. ນີ້ແມ່ນກອງປະຊຸມກະກຽມໃຫ້ແກ່ກອງປະຊຸມສຸດຍອດປະຈຳປີ G20 ໂດຍ ບຣາຊິນ ເປັນເຈົ້າພາບ. ທ່ານປະທານາທິບໍດີ ບຣາຊິນ Luiz Igacio Lula da Silva ໄດ້ຍົກອອກບັນດາບຸລິມະສິດແຖວໜ້າຂອງ G20 ໃນປີນີ້ແມ່ນ ປະຕິບຮູບການບໍລິຫານທົ່ວໂລກ, ພ້ອມກັບການຈຳກັດການປ່ຽນແປງຂອງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມທຸກຍາກ. ເຖິງຢ່າງໃດກໍຕາມ, ດ້ວຍບັນດາການປະທະກັນພວມສືບຕໍ່ເກີດຂຶ້ນຢູ່ ຢູແກຼນ ແລະ ເຂດ ກາຊາ ນັ້ນ, ວົງການນັກການທູດ ກໍ່ບໍ່ມີຄວາມປະເອີບໃຈຕໍ່ຄວາມອາດສາມາດທີ່ວ່າ ບັນດາປະເທດສະມາຊິກ G20 ຈະບັນລຸໄດ້ຄວາມເປັນເອກະພາບກ່ຽວກັບບັນດາຂໍ້ສະເໜີການປະຕິຮູບການບໍລິຫານທົ່ວໂລກ.

        ກອງປະຊຸມໄດ້ແກ່ຍາວເປັນເວລາ 2 ວັນຢູ່ Rio ໂດຍໄດ້ເລີ່ມແຕ່ວັນທີ 21 ກຸມພາ ດ້ວຍການລາຍງານຕີລາຄາກ່ຽວກັບສະພາບການທົ່ວໂລກ ແລະ ບັນດາການປະທະກັນທີ່ພວມເກີດຂຶ້ນ, ໃນນັ້ນ, ມີການປະທະກັນຢູ່ ຢູແກຼນ ແລະ ເຂດ ກາຊາ. ການເຮັດວຽກໃນວັນທີ 22 ກຸມພາ ນີ້ ໄດ້ສຸມໃສ່ການບໍລິຫານທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ