ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອິນເດຍ

(VOVWORLD) -ຕອນເຊົ້າວັນທີ 03 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດອິນໂດຍ Vijay Kumar Singh ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ອິນເດຍ (PMC ອາຊຽນ+ອິນເດຍ) ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາແຊມ (AMM) ຄັ້ງທີ 51 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອິນເດຍ - ảnh 1 ບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອິນເດຍ

(ພາບ: baoquocte.vn)

ກ່ຽວກັບທິດທາງຊຸກຍູ້ການພົວພັນອາຊຽນ - ອິນເດຍ ໃນໄລຍະຈະມາເຖິງ, ບັນດາລັດຖະມົນຕີອາຊຽນ ແລະ ອິນເດຍ ໄດ້ເຫັນດີຈະເພີ່ມທະວີການຮ່ວມມືຮອບດ້ານໃນທັງ 3 ເສົາຄ້ຳ, ສຸມໃສ່ເຂົ້າໃນຂົງເຂດຮ່ວມມືທາງທະເລ, ຫັນການຄ້າ, ການລົງທຶນໃຫ້ສະດວກກວ່າ, ສູ້ຊົນບັນລຸຄາດໝາຍວົງເງິນການຄ້າ 2 ສົ້ນ 200 ຕື້ USD ໃນປີ 2025; ຊຸກຍູ້ການເຊື່ອມຕໍ່ລະຫວ່າງ 2 ຂົງເຂດ ນັບທັງທາງດ້ານພື້ນຖານໂຄງລ່າງ ແລະ ມະນຸດ.

        ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ, ອາຊຽນ ແລະ ອິນເດຍ ໄດ້ແບ່ງປັນບັນດາຄວາມວິຕົກກັງວົນກ່ຽວກັບການຜັນແປຢູ່ທະເລຕາເວັນອອກ ດ້ວຍບັນດາການເຄື່ອນໄຫວດ້ານການທະຫານ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດລົງ ແລະ ເປັນອັນຕະລາຍຢ່າງຮ້າຍແຮງຕໍ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ບັນດາລັດຖະມົນຕີໄດ້ຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ບັນດາເຂດທະເລໃນພາກພື້ນ, ລວມທັງຢູ່ທະເລຕາເວັນອອກ; ເນັ້ນໜັກວ່າ, ທຸກການຂັດແຍ້ງກັນຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ໃນຂອບເຂດກອງປະຊຸມ AMM 51 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 03 ສິງກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho.

ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ (LMI) ຄັ້ງທີ 11, ຢູ່ສິງກະໂປ, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ, ອາເມລິກາ ແລະ ເລຂາທິການໃຫຍ່ອາຊຽນ.

ແລະກໍ່ໃນຕອນບ່າຍວັນທີ 03 ສິງຫາ ໄດ້ຈັດບັນດາກອງປະຊຸມຄື: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ອົດສະຕາລີ; ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ