ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ-ສ.ເກົາຫຼີ

ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ-ສ.ເກົາຫຼີ - ảnh 1
ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ-ສ.ເກົາຫຼີ

(vovworld) - ​ ​​​ໃນ​ຕອນ​ບ່າຍ​ວັນ​ທີ 24/07, ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 49 (AMM - 49) ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ. ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແມ່​ນ້ຳຂອງ - ສ.​ເກົາຫຼີ ຄັ້ງ​ທີ 6 ​ໄດ້​ຮັບ​ການຈັດ​ຕັ້ງ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ Prak Sokhonn ລັດຖະມົນຕີ​ການ​ຕ່າງປະ​ເທດ ກຳປູ​ເຈຍ ​ແລະ ທ່ານ Yun Byung-se ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ບັນດາ​ປະ​ເທດ​: ຫວຽດນາມ, ລາວ, ມຽນມາ ​ແລະ ​ໄທ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມີ​ງ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມກອງ​ປະຊຸມ. ທີ່ກກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ໄດ້​ແລກປ່ຽນກ່ຽວກັບ​ສະພາບ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື ​ແມ່​ນ້ຳຂອງ - ສ.​ເກົາຫຼີ ​ໃນ​ປີຜ່ານມາ ​ແລະ ກຳນົດ​ທິດ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ບັນ​ດາ​ລັດຖະມົນຕີ ຫວັງ​ວ່າ ກອງ​ທືນ​ຮ່ວມ​ມື ແມ່​ນ້ຳຂອງ - ສ.​ເກົາຫຼີ ຈະ​ສືບຕໍ່​ເສີມ​ຂະຫຍາຍ​ບົດບາດ, ໜູນຊ່ວຍດ້ານ​ເງີ​ນ​ໃຫ້​ບັນດາ​ໂຄງການ​ໄລຍະ​ກາງ​ ແລະ​ໄລຍະ​ຍາວ, ປະກອບສ່ວນ​​ໃນ​ການປະ​ຕິ​ບັດ​ແຜນການສັງ​ລວມ ​ແລະ​ເຊື່ອມ​ຕໍ່ອາຊຽນ. ຄຽງຂ້າງ​ນັ້ນ, ບັນດາ​ລັດຖະມົນຕີ​ກໍ່ປຶກສາ​ຫາລື​ກ່ຽວກັບ​ບາງ​ບັນຫາ​ສາ​ກົນ ​ແລະ​ ພາກ​ພື້ນ ຄືການ​ຜັນ​ແປ​ ແຫຼມເກົາຫຼີ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນຫາໄພທຳມະຊາດ, ການປ່ຽນແປງ ຂອງດິນຟ້າອາກາດ, ຄວາມ​ ​ປອດ​ໄພ​ກ່ຽວກັບ​ແຫຼງນ້ຳ - ພະລັງງານ -ສະບຽອາຫານ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼງການຮ່ວມ ​ແລະ 7​ ໂຄງການ​ນຳໃຊ້ຄ່າ​ໃຊ້​ຈ່າຍຂອງ​ກອງ​ທຶນຮ່ວມ​ມື ແມ່​ນ້ຳຂອງ - ສ.​ເກົາຫຼີດ ​ໃນ​ນັ້ນ​ມີ​ໂຄງການ “ສ້າງຮູບ​ແບບ 3 ຝ່າຍລະຫວ່າງ​ບັນດາສະ​ຖາບັນ​ຄົ້ນ​ຄ້ວາ - ຂະ​ແຫຼງການ - ລັດຖະບານ ​ເພື່ອ​ແນ​ໃສ່​ພັດທະ​ນາ​ທັກສະ ​ແລະ ​ຍູ້ແຮງການຫັນ​ເປັນອຸດອາ​ຫະກຳ” ຂອງຫວຽດນາມ.

        ກວ່າ​ຄຳ​ເຫັນ​ຢູ່​ກອງ​ປະຊຸມ, ທ່ານ ຟ້າ​ມບີ່​ງມີ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕາງ​ປະ​ເທ​ດ ຫວຽດນາມ ​ໄດ້​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ສ່ວນ​ເອກະ​ຊົນ ​ໃນ​ການ​ຮ່ວມ​ມື ແມ່​ນ້ຳຂອງ - ສ.​ເກົາຫຼີ ​ແລະ​ ພິເສດ​ແມ່ນ​ບຸລິມະສິດ​ຊຸກຍູ້ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​​ເຕີບໂຕ​ຂຽວ, ຄຸ້ມ​ຄອງ ​ແລະ​ ພັດທະນາ​​ແຫຼງນ້ຳ ​ແບບ​ຍືນ​ຍົງ ​ແລະ ຮັບ​ມື​ກັບການ​ປ່ຽງ​ແປງຂອງ​ດິນ​ຟ້າ​ອາກາດ. ທ່ານ ຟ້າ​ມບີ່​ງມີ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕາງ​ປະ​ເທ​ດ ຍົກ​ສູງ​ຄວາມ​ສຳຄັນ​ຂອງ​ແມ່​ນ້ຳຂອງ ສຳລັບ​ຄວາມເປັນ​ຕ່າ​ຍ ຂອງ ເຂດອະນຸພາກພື້ນ​ແມ່​ນ້ຳຂອງ ​ແລະ ກໍ່ສະ​ເໜີວ່າ ບັນດາ​ເຄື່ອນ​ໄຫວຮ່ວມ​ມື​ໃນຂອບ​ເຂດ ແມ່​ນ້ຳຂອງ - ສ.​ເກົາຫຼີ ຄວນໜູນຊ່ວຍ ​ໃຫ້​​ແກ່​ກ່ຮເຄື່ອນ​ໄຫວ​ຂອງກຳມາ​ທີ​ການ​ແມ່​ນ້ຳຂອງກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ