ກອງປະຊຸມລັດຖະມົນຕີການເງິນ APEC 2017 ຈະຖືກໄຂຂຶ້ນຢູ່ໂຫ້ຍອານ

(VOVWORLD) -ແຕ່ວັນທີ 19 ຫາ 21 ຕຸລາ, ຢູ່ໂຫ້ຍອານ , ແຂວງກວາງນາມ ຈະດຳເນີນກອງປະຊຸມລັດຖະມົນຕີການເງິນ APEC 2017  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
ກອງປະຊຸມລັດຖະມົນຕີການເງິນ APEC 2017  ຈະຖືກໄຂຂຶ້ນຢູ່ໂຫ້ຍອານ - ảnh 1 ການປະຊຸມຂ່າວກ່ຽວກັບກອງປະຊຸມລັດຖະມົນຕີການເງິນ APEC 2017 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ນີ້ແມ່ນຂ່າວຖືກຍົກອອກມາທີ່ການປະຊຸມຂ່າວໂດຍກະຊວງການເງິນຈັດຂຶ້ນໃນຕອຍບ່າຍວັນທີ 9 ຕຸລາຢູ່ຮ່າໂນ້ຍ.  ທ່ານ ວູ້ຍື້ທັ້ງ ຫົວໜ້າກົມຮ່ວມມືສາກົນ, ກະຊວງການເງິນ ໃຫ້ຮູ້ວ່າ :

    “ ບັນດາລັດຖະມົນຕີໄດ້ມີບັນດາວາລະສົນທະນາລະຫວ່າງລັດຖະມົນຕີບັນດາພື້ນຖານເສດຖະກິດ APEC ກັບສະພາທີ່ປຶກສາວິສາຫະກິດ ABAC ເພີ່ມທະວີການເຊື່ອມຈອດລະຫວ່າງບັນດາຜູ້ວາງນະໂຍບາຍກັບພື້ນຖານເສດຖະກິດເອກະຊົນ. ນີ້ແມ່ນກົນໄກ ປຶກສາຫາລືເພື່ອແບ່ງປັນຂໍ້ມູນຂ່າວສານ ແລະ ກໍເພື່ອຮັບຟັງຈາກບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນພາກພື້ນ. ໃນການສົນທະນາ, ຄາດວ່າ ຈະແລກປ່ຽນບາງເນື້ອໃນທີ່ກ່ຽວຂ້ອງເຖິງການຫັນເປັນໂລກາພິວັດ, ການລົງທຶນທາງດ້ານພື້ນຖານໂຄງລ່າງ  ” 

ຕອບກັບ

ຂ່າວ/ບົດ​ອື່ນ