ກອງປະຊຸມລັດຖະມົນຕີການເງິນ G20 ປຶກສາຫາລືກ່ຽວກັບສິ່ງທ້າທາຍແລະກາລະໂອກາດຂອງເສດຖະກິດທົ່ວໂລກ

(VOVWORLD) -ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກຸ່ນບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ຄັ້ງທີ 3 ໃນປີ 2018 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 21 ກໍລະກົດ, ຢູ່ນະຄອນຫຼວງ Buenos Aires ຂອງອາກຊັງຕິນ.

ທີ່ກອງປະຊຸມລັບແກ່ຍາວເປັນເວລາ 2 ວັນ, ກອງປະຊຸມໄດ້ເຕື້ອງເຖິງບັນດາບັນຫາຄື: ເຕັກໂນໂລຊີໃນຂົງເຂດການເງິນ, ລະບົບພາສີອາກອນ ແລະ ການເງິນກວມລວມ. ນອກນັ້ນ, ຕາມຂໍ້ສະເໜີຂອງປະເທດເຈົ້າພາບອາກຊັງຕິນ ແລ້ວ, ບັນດາຫົວຂໍ້ກ່ຽວຂ້ອງເຖິງອະນາຄົດຂອງວຽກເຮັດງານທຳ, ພື້ນຖານໂຄງລ່າງຮັບໃຊ້ການພັດທະນາກໍ່ຈະໄດ້ຍົກອອກມາເພື່ອປຶກສາຫາລືທີ່ບັນດາກອງປະຊຸມຄັ້ງນີ້.

        ບັນດາພື້ນຖານເສດຖະກິດສະມາຊິກ G20 ລ້ວນແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈບັນລຸໄດ້ຄວາມເຫັນດີເຫັນພ້ອມໃນບັນດາບັນຫາທີ່ໄດ້ຍົກອອກມາທີ່ກອງປະຊຸມ, ເພື່ອຈາກນັ້ນສ້າງບັນດາຂໍ້ສະເໜີແນະໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ G20, ເຊິ່ງຄາດວ່າຈະດຳເນີນໃນທ້າຍເດືອນ ພະຈິກ 2018.

ຕອບກັບ

ຂ່າວ/ບົດ​ອື່ນ