ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ G20 ຢູ່ ບ​ຣາ​ຊິນ ບໍ່​ມີ​ຖະ​ແຫຼງ​ການ​ຮ່ວມ

(VOVWORLD) -  ປະເທດ ເຈົ້າພາບ ບຣາຊິນ ໃຫ້ຮູ້ວ່າ ບັນດາທ່ານລັດຖະມົນຕີ ໄດ້ແລກປ່ຽນທັດສະນະ ກ່ຽວກັບສົງຄາມ, ການປະທະກັນ ແລະ ວິກິດການດ້ານມະນຸດສະທຳໃນປັດຈຸບັນ, ໃນນັ້ນພົ້ນເດັ່ນແມ່ນ ສະພາບການຢູ່ ຢູແກຼນ ແລະ ເຂດກາຊາ
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ G20 ຢູ່ ບ​ຣາ​ຊິນ ບໍ່​ມີ​ຖະ​ແຫຼງ​ການ​ຮ່ວມ - ảnh 1ກອງປະຊຸມບັນດາລັດຖະມົນຕີການເງິນ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) (ພາບ:  Reuters)

ທ່ານ Fernando Haddad ລັດຖະມົນຕີການເງິນ ບຣາຊິນ, ປະເທດເຈົ້າພາບຈັດກອງປະຊຸມບັນດາລັດຖະມົນຕີການເງິນ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໃຫ້ຮູ້ວ່າ ກອງປະຊຸມໄດ້ສິ້ນສຸດລົງໃນວັນທີ 29 ກຸມພາ ແຕ່ບໍ່ມີຖະແຫຼງການຮ່ວມຍ້ອນວ່າ ບັນດາສະມາຊິກ ມີຄວາມຄິດບໍ່ກົງກັນເຊິ່ງກ່ຽວຂ້ອງເຖິງ “ບັນດາການປະທະກັນດ້ານພູມີສາດການເມືອງ” ໃນປັດຈຸບັນ.

ປະເທດ ເຈົ້າພາບ ບຣາຊິນ ໃຫ້ຮູ້ວ່າ ບັນດາທ່ານລັດຖະມົນຕີ ໄດ້ແລກປ່ຽນທັດສະນະ ກ່ຽວກັບສົງຄາມ, ການປະທະກັນ ແລະ ວິກິດການດ້ານມະນຸດສະທຳໃນປັດຈຸບັນ, ໃນນັ້ນພົ້ນເດັ່ນແມ່ນ ສະພາບການຢູ່ ຢູແກຼນ ແລະ ເຂດກາຊາ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານ G20 ບຣາຊິນ ກ່າວເຕືອນວ່າ ກອງປະຊຸມນີ້ບໍ່ແມ່ນເວທີປາໄສທີ່ເໝາະສົມເພື່ອແກ້ໄຂ ບັນດາບັນຫາດ້ານພູມີສາດການເມືອງ, ພ້ອມທັງສະເໜີບັນດາບັນຫານີ້ຈະສືບຕໍ່ໄດ້ຮັບການປຶກສາຫາລືໃນບັນດາເວທີປາໄສ ແລະ ກອງປະຊຸມທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ