ກອງປະຊຸມລັດຖະມົນຕີຊ່ວຍວ່າການກະຊວງການເງິນແລະຮອງຜູ້ວ່າການທະນາຄານສູນກາງອາຊຽນ+3

ກອງປະຊຸມລັດຖະມົນຕີຊ່ວຍວ່າການກະຊວງການເງິນແລະຮອງຜູ້ວ່າການທະນາຄານສູນກາງອາຊຽນ+3 - ảnh 1
ກອງປະຊຸມລັດຖະມົນຕີຊ່ວຍວ່າການກະຊວງການເງິນ
ແລະຮອງຜູ້ວ່າການທະນາຄານສູນກາງອາຊຽນ+3
(ພາບ: TTXVN)

(vovworld) - ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​​ກະ​ຊວງການ​ເງິນ​ ແລະ ຮອງ​ຜູ​້​ວ່າການ​ ທະ​ນາ​ຄານ​ສູນ​ກາງ​ ອາ​ຊຽນ +3 ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 02 – 03/04, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ. ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ເງິນໃນ​ພາກ​ພື້​ນ ແລະ ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ແງ່​ຫວັງ​ເສດ​ຖະ​ກິດວ​ຫວ່າງມໍ່ໆ​ມານີ້​ຂອ​ງ​ພາກ​ພື້ນ ແລະ ທົ່ວ​ໂລກ, ກ​ໍ​ຄື​ການ​ພັດ​ທະ​ນາ​ຂອ​ງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ລະ​ຫວ່າງ​ແຕ່​ລະ​ປະ​ເທດ​ອາ​ຊຽນ ແລະ ກຸ່ມ 3 ປະ​ເທດ​ລວມ​ມີ ຍີ່​ປຸ່ນ, ຈີນ ແລະ ສ.ເກົາ​ຫຼີ. ໃນ 2 ມື້​ດຳ​ເນີນກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ເພີ່ມ​ທະ​ວ​ີຫັນ​ບັນ​ດາ​ຂໍ້​ລິ​ເລ​ີ່ມ ຈຽງ​ໄ​ໝ່ ເປັນ​ຫຼາຍ​ຝ່າຍ. ກອງ​ປະ​ຊຸມ​ກໍ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ກ່ຽ​ວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ຫ້ອງ​ການ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ມະ​ຫາ​ພາ​ກ​ອາ​ຊ​ຽນ +3 (AMRO) ເພື່​ອ​ແນ​ໃສ່​​ສືບ​ຕໍ່​ຍົກ​ສ​ູງ​ກຳ​ລັງ​ຄວາມ​ສາ​ມາດ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ +3 ກໍ​ຄື​ຄຸນ​ນະ​ພາບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ອົງ​ການນີ້. ນອກນັ້ນ, ບັນ​ດາ​ຜູ້​ແທນ​ຍັງ​​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເລື່ອງ​ປະ​ກາດ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ໄລ​ຍະ​ກາງ​ໃຫ້​ອາ​ຊຽນ +3; ຕີ​ລາ​ຄາ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ຂອງ​ຜູ້​ອຳ​ນວຍ​ການ​ອາ​ຊຽ​ນ +3 ແລະ ພິ​ຈາ​ລະ​ນາ​ແຜນງົບ​ປະ​ມານ​ແຕ່​ລະ​ປີ​ໃຫ້​ອາ​ຊຽນ+3… ບັນ​ດາ​ບັນ​ຫາ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ທີ່ກອງ​ປະ​ຊຸມ​ປະ​ຊຸມ​ຄັ້ງ​ນ​ີ້ ຈະ​ໄດ້​ຍື່​ນ​ສະ​ເໜີ​ເພື່​ອ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ເງິນ​ແລະຮອງ​ຜູ​້​ວ່າການ​ທະ​ນາ​ຄານ​ສູນ​ກາງ​ອາ​ຊຽນ+3 ຢູ່ ເຢຍ​ລະ​ມັນ.

ຂ່າວ/ບົດ​ອື່ນ