ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ33

ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ33 - ảnh 1
ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ33
(ພາບ: Vietnam+)


(vovworld) – ວັນ​ທີ 07/10, ຢູ່​ນະຄອນຫຼວງ​ ກົວ​ລາ​ລຳ​​ເປີ ​ໄດ​້​ໄຂ​ກອງ​ປະຊຸມລັດຖະມົນຕີ​ພະລັງງານອາ​ຊຽນ ຄັ້ງ​ທີ 33 (AMEM 33) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາ​ລັດຖະມົນ​ຕີ, ຫົວ​ໜ້າ​ຄະນະ​ຜູ້​ແທນ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ, ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ຜູ້ຕາງ​ໜ້າ​ຄະນະ​ເລຂາ​ອາ​ຊຽນ, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະທູຕານຸ​ທູດປະຈຳ​ມາ​ເລ​ເຊຍ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານລັດຖະມົນ​ຕີ​ວ່າການ​ກະຊວງ​ພະລັງງານ, ​ເຕັກ​ໂນ​ໂລ​ຊີ​ຂຽວ ​ແລະ ​ແຫຼ່ງນ້ຳ​​ມາ​ເລ​ເຊ​ຍ Maximus Johnity Ongkili ​ເນັ້ນ​ໜັກ​​ເຖິງຄວາມ​ຈຳ​ເປັນ​​ຕ້ອງເພີ່ມ​ທະວີຄຳໝັ້ນ​ສັນຍາ​ຮ່ວມ​ມື​ດ້ານ​ພະລັງງານ​ໃນ​ອາ​ຊຽນ ​ແລະ ສາກົນ ​ເພື່ອ​ບັນ​ລຸ​ໄດ​​້ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທີ່​ກອງ​ປະຊຸມ AMEM 33, ​ລັດຖະມົນຕີ, ຫົວໜ້າ​ຄະນະ​​ເຈ​ລະ​ຈາ​ບັນດາ​ປະ​​ເທດເຂົ້າ​ຮ່ວມ​ໄດ້​ພິຈາລະ​ນາ​ບົດ​ລາຍ​ງານ​ໝາກຜົນ​ການ​ປະ​ຕິ​ບັດ​ແຜນການ​ດຳ​ເນີນ​ງານອາ​ຊຽນ ກ່ຽວ​ກັບ​ພະລັງງານ (APAEC) 2011 – 2015, ຮັບຮອງ​ເອົາຮ່າງ​ມະຕິ​ໃຫ້ APAEC 2016 – 2020 ​ແລະ ສະຫຼຸບ​ການ​ເຄື່ອນ​ໄຫວ​ຂອງ​​ເຄືອ​ຂ່າຍ​ອາ​ຊຽນ ກ່ຽວກັບ​ພະ​ລັງງານ​ຕາມ​​ແຕ່ລະວິຊາສະ​ເພາະ.

ຂ່າວ/ບົດ​ອື່ນ