ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນຄັ້ງທີ13

ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນຄັ້ງທີ13 - ảnh 1
(ພາບປະກອບ)

(vovworld) – ​ກອງ​ປະຊຸມ​ລັດຖະມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນ ຄັ້ງທີ 13 (AMME 13) ຖືກ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 26 – 30/10 ຢູ່​ຮ່າ​ໂນ້ຍ. ບັນດາ​ເຫດການ​ຂອງ AMME 13 ​ໄດ້​ມີ​ການ​ເຂົ້າຮ່ວມ​ຂອງ​ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ (ຫຼື​ຜູ້ຕາງ​ໜ້າ​ມີ​ສິດ​ຕາງໜ້າ​ລັດຖະມົນຕີ) ຂອງ​ບັນດາ​ປະ​ເທດ​ອາ​ຊຽນ, ຍີ່ປຸ່ນ, ຈີນ, ສ.​ເກົາຫຼີ, ​ເລຂາທິການ​ໃຫຍ່​ອາ​ຊຽນ… ບັນດາ​ເຫດການ​ຕົ້ນ​ຕໍ​ລວມມີ​: ກອງ​ປະຊຸມເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ASOEN (SOM); ກອງ​ປະຊຸມ​ຄະນະ​ກຳມະການ​ປະຕິບັດ​ສັນຍາ​ອາຊຽນ ກ່ຽວ​ກັບມົນ​ລະ​ພິດ​ຈາກ​ຄວັນ​ລະຫວ່າງ​ຊາຍ​ແດນ​ຄັ້ງ​ທີ 11 (COM 11), ກອງ​ປະຊຸມ​ລັດຖະມົນຕີ​ສິ່ງ​ແວ​ດລ້ອມ​ອາ​ຊຽນຄັ້ງ​ທີ 13… ກອງ​ປະຊຸມ​ລັດຖະມົນ​ຕີ​ອາ​ຊຽນ ກ່ຽວກັບ​ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໝູນວຽນ​ຢູ່​ບັນດາ​ປະ​ເທດ​ສະມາຊິກ, ​ເພື່​ອ​ແນ​ໃສ່​ສະ​ເໜີບັນດາ​ມາດ​ຕະການ​ຊຸກຍູ້​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິ່ງ​​ແວ​ດລ້ອມ​ ​ໃນ​ອາ​ຊຽນ, ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ