ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນຄັ້ງທີ13ບັນລຸຜົນຢ່າງຈົບງາມ

ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນຄັ້ງທີ13ບັນລຸຜົນຢ່າງຈົບງາມ - ảnh 1
ກ​ອງປະຊຸມ​ລັດຖະມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນ
ຄັ້ງ​ທີ13ບັນລຸຜົນຢ່າງ​ຈົບງາມ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 29/10, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ ​​ໄດ້​ຈັດ​ການ​ປະຊຸມ​ຂ່າວ​​ເພື່ອແຈ້ງ​ໝາກຜົນ​ກອງ​ປະຊຸມລັດຖະມົນຕີ​ສິ່ງ​​ແວດລ້ອມອາ​ຊຽນ ຄັ້ງ​ທີ 13, ກອງ​ປະຊຸມ​ລັດຖະມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນ +3 ຄັ້ງ​ທີ 14. ກອງ​ປະຊຸມ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ອາ​ຊຽນ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການປ່ຽນ​ຂອງ​ດິນ​ຟ້າ​ອາກາດ​ປີ 2015.

      ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​​ເຊິ່ງລັດຖະມົນຕີ​ບັນດາ​ປະ​ເທດ​ອາ​ຊຽນ ​ເຕື້ອງ​ເຖິງ​ທີ່​ກອງ​ປະຊຸມ ​ແມ່ນ​ບັນຫາມົນ​ລະ​ພິດໝອກ​ຄວັນ​ທີ່​ຮ້າຍ​ແຮງ​ຢູ່​ອີນ​ໂດ​ເນ​ເຊຍ, ​ໄດ້ສົ່ງ​ຜົນກະທົບ​ເຖິງ​ພາກ​ພື້ນ. ທ່ານ​ເລ​ເລືອ​ງ​ມິ​ງ, ​ເລຂາທິການ​ໃຫຍ່​ອາ​ຊຽນ ​ໃຫ້​ຮູ້​ວ່າ.

      “ກອງ​ປະຊຸມ​ມີ​ຂໍ້​ຕົກລົງ​ສຳຄັນ​ແມ່ນຈະ​ເລີ່​ມດຳ​ເນີນວິວັດທະນາ​ການ ​ເພື່ອ​ກ້າວ​ໄປ​ເຖິງ​ປະຊາຊົນ​ອາ​ຊຽນ ບໍ່​ມີ​ໝອກ​ຄວັນ​ໃນ​ປີ 2020. ກອງ​ປະຊຸມ​ກໍ​ຮັບ​ຮອງ​ເອົາ​ບັນດາ​ລະບຽບ​ການມາດ​ຕະຖານ ກ່ຽວ​ກັບ​ເລື່ອງ​ດຳ​ເນີນ​ບັນດາ​ມາດ​ຕະການ​​ເພ​ື່ອຮັບ​ມື​ກັບ​ສະພາບມົນ​ລະ​ພິດໝອກ​ຄວັນ​ຂ້າມຊາຍ​ແດນ, ກໍ​ຄື​ຮັບຮອງ​ເອົາການແນະນຳ​ກ່ຽວ​ກັບ​ເລື່ອງ​ປະຕິບັດ​ບັນດາ​ມາດ​ຕະການ​ຮັບ​ມື, ຕິດຕາມ​ກວດກາ​ຕີ​ລາຄາ, ມາດ​ຕະການ​ຮັບ​ມື​ລວມສຳລັບ​ສະພາບມົນ​ລະ​ພິດຈາກໝອກ​ຄວັນ​ຂ້າມຊາຍ​ແດນ”.

      ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​​ດລ້ອມ​ຫວຽດນາມ ​ເຈີ​່ນຮົ່ງຮ່າ ​ໃຫ້​ຮູ້​ວ່າ, ບັນດາບັນຫາ​ກ່ຽວຂ້ອງ​ເຖິງການ​ຄຸ້ມ​ຄອງ​ຊັບພະຍາກອນນ້ຳ, ການລະບາຍ​ນ້ຳ​ຖ້ວມ, ມົນ​ລະ​ຜິດ​ແຫຼ່ງນ້ຳ… ​ໄດ້​ຮັບ​ການເຕື້ອງ​ເຖິງ​ຢ່າງ​ຮອບດ້ານ​ພໍ​ສົມຄວນ​ທີ່​ກອງ​ປະຊຸມ.

      ກອງ​ປະຊຸມ​ລັດຖະມົນຕີ​ສິ່ງ​ແວ​ດລ້ອມ​ອາ​ຊຽນ ຄັ້ງທີ 14 ຈະຈັດ​ຕັ້ງ​ຢູ່ ບຣຸ​ໄນ ​ໃນ​ປີ 2017.

ຂ່າວ/ບົດ​ອື່ນ