ກອງປະຊຸມລັດຖະມົນຕີສະຫະກອນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 10

ກອງປະຊຸມລັດຖະມົນຕີສະຫະກອນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 10 - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ດັ້ງ​ທິ​ງອກ​ທີ້ງ ​ກ່​າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) – ດ້ວຍ​ຫົວ​ຂໍ້​ວ່າ “ວິ​ໄສ​ທັດ​ຮອດ​ປີ 2030: ເພີ່ມ​ທະ​ວີ​ກາ​ນ​ໜ​ູນ​ຊ່ວຍ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ສະ​ຫະ​ກອນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາ​ຍັດ​ທະ​ນາ​ແບບ​ຍືນ​ຍົງ”. ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສະ​ຫະ​ກອນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຄັ້ງ​ທີ 10 (ICA –AP) ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/4, ຢູ່​ຮ່າ​ໂນ້ຍ, ໄດ້​ດຶງ​ດູດ​ຜູ້​ແທນ​ສາ​ກົນ​ເກືອບ 500 ຄົນ, ລັດ​ຖະ​ມົນ​ຕີ​ບາງ​ປະ​ເທດ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ການ​ນຳ​ບັນ​ດາ​ອົງ​ການ​ສາ​ກົນ, ບັນ​ດາ​ອົງ​ການ​ສະ​ມາ​ຊິກ ແລະ ​ຜູ້ຕາງ​ໜ້າ​ຂະ​ບວນ​ການ​ສະ​ຫະ​ກອນ​ບັນ​ດາ​ປະ​ເທດ ແລະ ຫວຽດ​ນາມ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ດັ້ງ​ທິ​ງອກ​ທີ້ງ ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ ຫວຽດ​ນາມ ແມ່ນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສະ​ຫະ​ກອນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຄັ້ງ​ທີ 10 ແລະ ຢັ້ງ​ຢືນ​ວ່າ: ນີ້​ແມ່ນ​ເວ​ລາ​ທີ່ ຫວຽດ​ນາມ ອາດ​ຈະ​ປະ​ກອບ​ສ່ວນ​ແທດ​ຈິງ​ໃຫ້​ສະ​ຫະ​ກອນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ​ກ່​ວາ​ອີກ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທ​ດ​ຈິງ​ໃຫ້​ແກ່​ສະ​ຫະ​ກອນ ແລະ ປະ​ຊາ​ຊົນ. ກອງ​ປະ​ຊຸມນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຈຸດ​ເວ​ລາ​ທີ່​ສາ​ກົນ ແລະ ພາກ​ພື້ນ​ມີ​ການ​​ຜັນແປ, ​ທັງ​ມີກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທີ້ງ ເນັ້ນ​ໜັກ​ວ່າ:     

        “ຂ້າ​ພະ​ເຈົ້າ​ຖື​ວ່າ ICA AP ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ໃນ​ປະ​ຈຸ​ບັນ​ຜ່ານ​ການ​ຍູ້​ແຮງ​ການ​ຮ່ວມ​ມື ແລະ ວິ​ໄສ​ທັດ​ໄລ​ຍະ​ຍາວ. ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ຊຸກ​ຍູ້​ເສດ​ຖະ​ກິດ​ການ​ຮ່ວມ​ມື, ສະ​ຫະ​ກອນ. ປັບ​ປຸງ​ໂຄງ​ປະ​ກອບ​ບຸ​ລິ​ມະ​ສິດ ICA AP, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ສະ​ຫະ​ກອນ, ດ​ການເຕ​ີບ​ໂຕ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ພັດ​ທະ​ນາ. ພວກ​ເຮົາ​ຕ້ອງ​ສ້າງ​ບັນ​ດາ​ປະ​ຊາ​ຄົມ​ສະ​ຫະ​ກອນ​ໝັ້ນ​ຄົງ​ເຂັ້ມ​ແຂງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ຖື​ປະ​ຊາ​ຊົນ ແລະ ສະ​ຫະ​ກອນ​ເປັນ​ໃຈ​ກາງ​ຂອງ​ການ​ພັດ​ທະ​ນາ.”


ຕອບກັບ

ຂ່າວ/ບົດ​ອື່ນ