ກອງປະຊຸມວົງແຄບລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 25

(VOVWORLD) - ຕອນເຊົ້າວັນທີ 23 ເມສາ, ບັນດາລັດຖະມົນຕີກະຊວງເສດຖະກິດຂຶ້ນກັບບັນດາປະເທດ ອາຊຽນ ໄດ້ຈັດຕັ້ງກອງປະຊຸມໃນຂອບເຂດກອງປະຊຸມວົງແຄບລັດຖະມົນຕີກະຊວງເສດຖະກິດ ອາຊຽນ (AEM Retreat) ຄັ້ງທີ 25 ພວມດຳເນີນຢູ່ ພູເກດ, ໄທ ໃນລະຫວ່າງວັນທີ 22 – 23 ເມສາ.

ກອງປະຊຸມວົງແຄບລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 25 - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 25

2 ໃນບັນດາຈຸດໝາຍຕົ້ນຕໍໄດ້ຮັບການປຶກສາຫາລືຢູ່ AEM Retreat ຄັ້ງທີ 25 ແມ່ນເລື່ອງສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ ແລະ ປັບປຸງກົນໄກປະຕູດຽວ ອາຊຽນ (ASW) ໃຫ້ສຳເລັດ. ຖ້າຫາກບັນດາການປຶກສາຫາລືປະສົບຜົນສຳເລັດ, RCEP ຈະແມ່ນສັນຍາການຄ້າຫລາຍຝ່າຍໃຫຍ່ທີ່ສຸດໃນປະຫວັດສາດ, ລວມມີ 10 ປະເທດ ອາຊຽນ ແລະ ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ພ້ອມກັບ ນິວຊີແລນ.

        ທີ່ກອງປະຊຸມ AEM Retreat ຄັ້ງທີ 25, ບັນດາລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄາດວ່າ ຈະລົງນານໃນເອກະສານສຳຄັນ 2 ສະບັບແມ່ນ ສັນຍາການຄ້າບໍລິການ ອາຊຽນ (ATISA) ແລະ ອະນຸສັນຍາທີ 4 ສະບັບປັບປຸງສັນຍາການລົງທຶນຮອບດ້ານ ອາຊຽນ (ACIA).

ແລະກໍ່ໃນວັນທີ 23 ເມສາ, ບັນດາລັດຖະມົນຕີກະຊວງເສດຖະກິດ ອາຊຽນ ໄດ້ລົງນາມໃນສັນຍາການຄ້າການບໍລິການ ອາຊຽນ (ATISA) ແລະ ອະນຸສັນຍາທີ 4 ສະບັບປັບປຸງສັນຍາການລົງທຶນຮອບດ້ານ ອາຊຽນ (ACIA). ສັນຍາ ATISA ຈະແທນໃຫ້ສັນຍາແມ່ ອາຊຽນ ກ່ຽວກັບການບໍລິການ (AFAS) ທີ່ມີຜົນສັກສິດແຕ່ປີ 1995. ສັນຍາ ATISA ມີຜົນສັກສິດພາຍຫລັງລົງນາມໃນເວລາ 180 ວັນ, ຊ່ວຍຍົກສູງບັນດາມາດຕະຖານ ແລະ ຜົນສັກສິດຂອງບັນດາຂໍ້ກຳນົດກ່ຽວກັບການບໍລິການຢູ່ບັນດາປະເທດສະມາຊິກ ອາຊຽນ, ຫລຸດຜ່ອນບັນດາຮົ້ວກີດຂວາງດ້ານການຄ້າລົງ, ພ້ອມທັງຍົກສູງການໂປ່ງໃສໃນການປະຕິບັດການຄ້າການບໍລິການລະຫວ່າງບັນດາປະເທດ ອາຊຽນ. ອະນຸສັນຍາທີ 4 ສະບັບປັບປຸງ ACIA ຊ່ວຍດຶງດູດບັນດານັກລົງທຶນຕ່າງປະເທດເຂົ້າພາກພື້ນ ອາຊຽນ ຫລາຍກ່ວາຕື່ມອີກ

ຕອບກັບ

ຂ່າວ/ບົດ​ອື່ນ