ກອງປະຊຸມສົ່ງເສີມການ ລົງທຶນ, ການຄ້າ ແລະ ທ່ອງທ່ຽວ ເຂດທົ່ງພຽງ ແມ່ນ້ຳຂອງ

ກອງປະຊຸມສົ່ງເສີມການ ລົງທຶນ, ການຄ້າ ແລະ ທ່ອງທ່ຽວ ເຂດທົ່ງພຽງ ແມ່ນ້ຳຂອງ - ảnh 1
(ພາບປະກອບ)

(vovworld) -     ​​ໃນ​ບັນດາ​​ເຫດການ​ທີ່​ພົ້ນ​ເດັ່ນ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ວັນ​ທີ 6/12, ກະຊວງ​ແຜ​ນການ ​ແລະ ການ​ລົງທຶນ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ, ຄະນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກ​ພາກ​ໃຕ້, ຄະນະ​ກຳມະການ​ປະຊາຊົນ​ແຂວງ ຕ່ຽນຢາງ ​ໄດ້​ປະສານ​ສົມສົມທົບ​ກັນ​ຈັດ​ກອງ​ປະຊຸມ “ສົ່ງ​ເສີມການ​ລົງທຶນ, ການ​ຄ້າ ​ແລະ ທ່ອງ​ທ່ຽວ ​ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ”. ກອງ​ປະຊຸມ​​ໄດ້ໃຫ້ຂໍ້​ສັງ​ເກ​ດວ່າ, ​ເພື່ອ​ສ້າງ​ບັນດາ​ບາດກ້າວ​ບຸກທະລຸ​ປະກອບສ່ວນ​ສ້າງ​ການ​ພັດທະນາ​ໃຫ້​ທົ່ວ​ເຂດ, ນອກຈາກັນຫາ​ການຈັດ​ແບ່ງ​​ແຫຼ່ງກຳລັງ​ການລົງທຶນ​ຈາກ​ສູນ​ກາງ ກໍ​ຄື​ບັນດາ​ກົນ​ໄກ, ນະ​ໂຍບາຍພິ​ເສດ​ສະ​ເພາະ​ແລ້ວ, ບັນຫາ​ໜ້າ​ທີ່ຮັບຜິດຊອບຂອງ​ທ້ອງ​ຖິ່ນ​​ໃນ​ການ​​ໂຄສະນາ, ປະຕິບັດ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ ​ແມ່ນ​ໜຶ່ງ​ໃນ​ບັນດາປັດ​ໃຈ​ອັດຕະວິ​ໄສ​ທີ່​ມີ​ລັກສະນະ​ຕັດສິນ. ​ເພາະສະ​ນັ້ນ, ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ຄັ້ງ​ນີ້, ​ທົ່ວ​ເຂດ​ພວມ​ສຸມ​ໃສ່​ຮຽກຮ້ອງ 137 ໂຄງການ​ລົງທຶນ ​ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 120.000 ຕື້​ດົງ ​ແລະ ປະມານ 700 ລ້ານ USD. ຄາດໝາຍຂອງການ​ພັດທະນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ສືບ​ຕໍ່​ກໍ່ສ້າງ​ເຂດ​ນີ້​ໃຫ້​ກາຍ​ເປັນ​ເຂດ​ເສດຖະກິດ, ຜະລິດ​ທັນ​ຍາ​ຫານ, ສິນ​ໃນ​ນ້ຳ​​ຂອງ​ທົ່ວ​ປະ​ເທດ. ທ່ານ ບຸ​ຍຫງອກ​ເຊືອງ (Bui Ngoc Suong), ຮອງ​ຫົວໜ້າ​ຄະນະ​ຊີ້ນ​ຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຖື​ວ່າ.

        “​ໂດຍ​ສືບ​ຕໍ່​ດຶງ​ດູດ​ການ​ລົງທຶນ​ຢ່າງມີຈຸດ​ສຸມ ບັນ​ດາ​ໂຄງການ​ຂຸດ​ຄົ້ນ​ທີ່​ມີທ່າ​ແຮງ​ກ່ຽວ​ກັບ​ກະສິກຳ, ສິນ​​ໃນ​ນ້ຳ. ຄຽງ​ຂ້າງ​ນັ້ນ, ສຸມໃສ່​ປະຕິ​ຮູບ​ລະບຽບ​ການ​ບໍ​ລິຫານ, ​ແນະນຳ​ໃຫ້ນັກ​ລົງທຶນ, ສ້າງ​ສະພາບ​ແວດ​ລ້ອມທີ່​ສະດວກ​ສະບາຍເພື່ອ​ດຶງ​ດູດ​ການລົງທຶນ”.

ຂ່າວ/ບົດ​ອື່ນ