ກອງ​ປ​ະ​ຊຸມ​ສຸດຍອດ ACMECS, CLMV ແລະ CLV: ຊຸກ​ຍູ້​ການ​ຮ່ວມມ​ື​ໃນ​ພາກ​ພື້ນ​ໃຫ້ຫຼາຍກວ່າ​ອີກ

(VOVWORLD) -   ຕອນເຊົ້າວັນທີ 09 ທັນວາ, ກອງປະຊຸມສຸດຍອດຍຸດທະສາດຮ່ວມມືເສດຖະກິດ 3 ລຳແມ່ນ້ຳ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ຄັ້ງທີ 9 (ACMECS), ກອງປະຊຸມສຸດຍອດ ການຮ່ວມມື ລະຫວ່າງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10 (CLMV 10) ແລະ ກອງປະຊຸມສຸດຍອດ ເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 11 (CLV 11) ຖືກດຳເນີນຕາມຮູບການທາງອອນລາຍ.ອີຣະວະດີ

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຜ່ານໄລຍະ 17 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຍຸດທະສາດຮ່ວມມືເສດຖະກິດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ສາມາດຢັ້ງຢືນໄດ້ສີສັນສະເພາະ ແລະ ກົນໄກຮ່ວມມືສຳຄັນຂອງອະນຸພາກພື້ນແມ່ນ້ຳຂອງ ແລະ ສະເໜີບາງເນື້ອໃນຮ່ວມມື ແລະ ບາດບາດຂອງ ຍຸດທະສາດດັ່ງກ່າວ ແລະ ທ່ານໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຖືຍຸດທະສາດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ເປັນສຳຄັນ. 

ກອງ​ປ​ະ​ຊຸມ​ສຸດຍອດ ACMECS, CLMV ແລະ CLV: ຊຸກ​ຍູ້​ການ​ຮ່ວມມ​ື​ໃນ​ພາກ​ພື້ນ​ໃຫ້ຫຼາຍກວ່າ​ອີກ - ảnh 1ກອງປະຊຸມສຸດຍຸດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ຄັ້ງທີ 9 (ພາບ: VGP)

       ສິ້ນສຸດກອງປະຊຸມສຸດຍຸດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ຄັ້ງທີ 9, ບັນດາປະເທດໄດ້ຮັບຮອງເອົາຖະແຫຼງການພະນົມເປັນ ກອງປະຊຸມສຸດຍອດຍຸດທະສາດຮ່ວມມືເສດຖະກິດ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ ຄັ້ງທີ 9 ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ໄດ້ມອບຕຳແໜ່ງ ປະທານໝູນວຽນ ACMECS ໃຫ້ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ.

        ກໍໃນຕອນເຊົ້າວັນທີ 9 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ການຮ່ວມມືລະຫວ່າງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10 (CLMV 10) ໂດຍທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເປັນປະທານ, ດ້ວຍຫົວຂໍ້ “ເພີ່ມທະວີປະສິດທິຜົນການເຊື່ອມຕໍ່ສຳລັບການເຊື່ອມໂຍງເຂົ້າກັບພາກພື້ນ”. ທີ່ກອງປະຊຸມ, ການນຳບັນດາປະເທດ ໄດ້ຕັດສິນໃຈຊຸກຍູ້ການຮ່ວມມື ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດຂອງບັນດາປະເທດສະມາຊິກ, ຮັດແຄບໄລຍະຫ່າງໃນການພັດທະນາໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນວິວັດທະນາການສ້າງປະຊາຄົມ ອາຊຽນ.

ກອງ​ປ​ະ​ຊຸມ​ສຸດຍອດ ACMECS, CLMV ແລະ CLV: ຊຸກ​ຍູ້​ການ​ຮ່ວມມ​ື​ໃນ​ພາກ​ພື້ນ​ໃຫ້ຫຼາຍກວ່າ​ອີກ - ảnh 2 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  (ພາບ: VGP)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ອອກ 3 ບຸລິມະສິດ ສຳລັບການຮ່ວມມືໃນໄລຍະຈະມາເຖິງ. ທ່ານກ່າວວ່າ:

        “ທີໜຶ່ງ, ຂ້າພະເຈົ້າຂໍຊົມເຊີຍຕໍ່ການສ້າງສຳເລັດ “ກອບພັດທະນາ CLMV” ດ້ວຍກຳນົດທິດການຮ່ວມມືໃນຫຼາຍຂົງເຂດ, ເພື່ອແນໃສ່ສ້າງພາກພື້ນ CLMV ໃຫ້ກາຍເປັນສູນພັດທະນາ ແລະ ມີລາຍຮັບຢູ່ໃນລະດັບປານກາງສູງໃນປີ 2030. ທີສອງແມ່ນ ຍູ້ແຮງການເຊື່ອມຕໍ່ນະໂຍບາຍ ເພື່ອໜູນຊ່ວຍວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນ ຂອງ ອາຊຽນ ຢ່າງມີປະສິດທິຜົນ, ເສີມຂະຫຍາຍທ່າແຮງຂອງການຮ່ວມມື, ສ້າງສຳເລັດລະບອບລະບຽບການລົງນາມເພີ່ມເຕີມ ບົດບັນທຶກຊ່ວຍຈຳວ່າດ້ວຍເສັ້ນທາງ, ຄູ່ດ່ານຊາຍແດນ ເຂົ້າໃນ ອະນຸສັນຍາ… ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 4 ປະເທດ ລົງທຶນເຂົ້າຕະຫຼາດຂອງກັນ; ເພີ່ມທະວີການເຊື່ອມຕໍ່ກັບເຕັກໂນໂລຢີຂໍ້ມູນຂ່າວສານ. ທີສາມແມ່ນ ເພີ່ມທະວີການຮ່ວມສຳພັນ, ຍົກສູງກຳລັງຄວາມສາມາດໃນການຜະລິດ ຂອງບັນດາຂະແໜງອາຊີບປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ ແລະ ສ້າງລະບົບການຜະລິດທີ່ສະໜອງຜະລິດຕະພັນກະເສດໃນພາກພື້ນ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ລາວ, ກຳປູເຈຍ ແລະ ມຽນມາ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ 4 ປະເທດ CLMV ຄວນຍູ້ແຮງການສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນສິນຄ້າ, ການບໍລິການ ແລະ ການໄປ-ມາຂອງປະຊາຊົນ ລະຫວ່າງບັນດາປະເທດໃຫ້ຫຼາຍກວ່າອີກ; ສ້າງມາດຕະຖານກ່ຽວກັບຂໍ້ກຳນົດຈະລາຈອນ, ການຄ້າ, ພາສີ ໃຫ້ມີຄວາມກົມກຽວ, ຫັນລະບຽບການນຳເຂົ້າສົ່ງອອກ, ສິນຄ້າຜ່ານແດນເປັນງ່າຍດາຍ… ເພື່ອຊ່ວຍປະຊາຊົນ ແລະ ບັນດາວິສາຫະກິດ ຊຸກຍູ້ການຮ່ວມມືດ້ານການຄ້າ.

        ສິ້ນສຸດກອງປະຊຸມ, ການນຳຂັ້ນສູງ 4 ປະເທດ ໄດ້ຮັບຮອງເອົາເອກະສານ 3 ສະບັບ ເຊິ່ງລວມມີ ຖະແຫຼງການຮ່ວມຂອງກອງປະຊຸມ, ເອກະສານ “ກອບພັດທະນາ CLMV” ແລະ ບັນຊີລາຍຊື່ 16 ໂຄງການທີ່ໃຫ້ບຸລິມະສິດໃນການຮ່ວມມື. ບັນດາປະເທດກໍເຫັນດີມອບໃຫ້ ມຽນມາ ເປັນປະທານຈັດຕັ້ງກອງປະຊຸມສຸດຍອດ CLMV ຄັ້ງທີ 11.

ກອງ​ປ​ະ​ຊຸມ​ສຸດຍອດ ACMECS, CLMV ແລະ CLV: ຊຸກ​ຍູ້​ການ​ຮ່ວມມ​ື​ໃນ​ພາກ​ພື້ນ​ໃຫ້ຫຼາຍກວ່າ​ອີກ - ảnh 3 ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ CLV ຄັ້ງທີ 11 (ພາບ: TTXVN)

ແລະ ກໍໃນວັນທີ 9 ທັນວາ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ເປັນປະທານກອງປະຊຸມສຸດຍອດເຂດ 3 ລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ຜ່ານທາງອອນລາຍ. ເຂົ້າຮ່ວມກອງປະຊຸມ CLV ຄັ້ງທີ 11 ມີຄະນະຜູ້ແທນຫວຽດນາມໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນຫົວໜ້າຄະນະ.

      ກອງປະຊຸມໄດ້ຕີລາຄາຄວາມຄືນໜ້າ, ໝາກຜົນການຮ່ວມມືໃນໄລຍະທີ່ຈະມາເຖິງ, ພິເສດແມ່ນຖະແຫຼງການຮ່ວມຂອງ ກອງປະຊຸມ CLV ຄັ້ງທີ 10, ແຜນພັດທະນາເສດຖະກິດ-ສັງຄົມ ເຂດ 3 ລ່ຽມພັດທະນາ, ແຜນການກະທຳເຊື່ອມຈອດເສດຖະກິດ ເຂດ 3 ລ່ຽມພັດທະນາເຖິງປີ 2030 ແລະ ສັນຍາສົ່ງເສີມ ແລະ ສ້າງຄວາມສະດວກດ້ານການຄ້າໃນ ເຂດ 3 ລ່ຽມພັດທະນາ.

      ກອງປະຊຸມໄດ້ຮັບຮອງເອົາ ຖະແຫຼງການຮ່ວມຂອງ ກອງປະຊຸມ CLV ຄັ້ງທີ 11 ເພື່ອເປັນພື້ນຖານສ້າງ ແຜນພັດທະນາເສດຖະກິດ-ສັງຄົມ ເຂດ 3 ລ່ຽມພັດທະນາ CLV ເຖິງປີ 2030, ແຜນການພັດທະນາການທ່ອງທ່ຽວຢູ່ ເຂດ 3 ລ່ຽມພັດທະນາ ແລະ ແຜນພັດທະນາຂະແໜງອຸດສາຫະກຳຢ່າງພາລາແບບຍືນຍົງຢູ່ ເຂດ 3 ລ່ຽມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ