ກອງປະຊຸມສຸດຍອດ G20 ຮັບຮອງເອົາຖະແຫຼງການນິວເດລີ

(VOVWORLD) - ສິ່ງທີ່ເປັນໜ້າສົນໃຈທີ່ສຸດຂອງຖະແຫຼງການແມ່ນເນື້ອໃນທັງໝົດຂອງເອກະສານລ້ວນ ແຕ່ເຫັນດີເປັນເອກະພາບຮັບຮອງເອົາດ້ວຍຄວາມເຫັນດີເຫັນພ້ອມກັບ 21 ປະເທດສະມາຊິກ.
ກອງປະຊຸມສຸດຍອດ G20 ຮັບຮອງເອົາຖະແຫຼງການນິວເດລີ - ảnh 1ການນຳບັນດາປະເທດ ອິນເດຍ, ອາເມລິກາ, ບຣນຊິນ, ອາຣັບບິ ຊາອຸດິ, ສິງກະໂປ, ບັງກະລາເທດ... ທີ່ພິທີສະເໜີຕົວ ສະຫະພັນເຊື້ອເພິງຊີວະພາບທົ່ວໂລກ
(ພາບ:ANI)

ບັນດາການນຳຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ ແຖວໜ້າຂອງໂລກ (G20), ວັນທີ 9 ກັນຍາ, ໄດ້ຮັບຮອງເອົາຖະແຫຼງການ ນິວເດລີ ໃນວັນເຮັດວຽກທຳອິດຂອງກອງປະຊຸມສຸດຍອດທີ່ພວມຈັດຂຶ້ນຢູ່ນະຄອນຫຼວງຂອງປະເທດ ອິນເດຍ.

ສິ່ງທີ່ເປັນໜ້າສົນໃຈທີ່ສຸດຂອງຖະແຫຼງການແມ່ນເນື້ອໃນທັງໝົດຂອງເອກະສານລ້ວນ ແຕ່ເຫັນດີເປັນເອກະພາບຮັບຮອງເອົາດ້ວຍຄວາມເຫັນດີເຫັນພ້ອມກັບ 21 ປະເທດສະມາຊິກ. ເປັນຄັ້ງທຳອິດ, ໃນປະຫວັດສາດ G20, ຖະແຫຼງການຂອງບັນດາການນຳບໍ່ມີຄຳໝາຍເຫດໃນ ໜ້າສຸດທ້າຍ ຫຼື ການສະຫລຸບຂອງປະທານ.

ຖະແຫຼງການຮ່ວມໃຫ້ຮູ້ວ່າ: ກຸ່ມ G20 ໃຫ້ຄຳໝັ້ນສັນຍາເພີ່ມທະວີ ແລະ ປະຕິຮູບບັນດາທະນາຄານພັດທະນາຫຼາຍຝ່າຍ, ຮັບຮູ້ຂໍ້ສະເໜີທີ່ຍົກອອກບັນດາ ຂໍ້ກຳນົດໜັກແໜ້ນກ່ວາ ກ່ຽວກັບເງິນເອເລັກໂຕນິກ, ຮຽກຮ້ອງເພີ່ມລະດັບຄວາມມານະພະຍາຍາມມຸ່ງໄປເຖິງການຫລຸດຜ່ອນໄຟຟ້າຈາກຖ່ານຫີນ.

ຕອບກັບ

ຂ່າວ/ບົດ​ອື່ນ